ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງ ການຜະລິດ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ 2023

ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງ ການຜະລິດ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ 2023

ໃນຕອນເຊົ້າຂອງ ວັນທີ 11 ກໍລະກົດ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸຸດສະຫະກຳ ແຫ່ງຊາດລາວ (ສຄອຊ), ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຜະລິດ

ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຜະລິດ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ ໂດຍມີການເປັນປະທານຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດ ຂະແໜງການຜະລິດ.  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືບັນຫາທີ່ ຕິດພັນກັບການດຳເນີນທຸລະກິດຂອງຂະແໜງການຜະລິດ ເພື່ອກຳນົດເອົາບັນຫາບູລິມະສິດຂອງຂະເເໜງການ ສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດມີິ 40 ທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນເຊັ່ນ:​ ອຸດສະຫະກຳເຫຼັກ, ປຸງແຕ່ງໄມ້, ຄອນກຣີດ, ບໍ່ແຮ່, ຕັດຫຍິບ, ເບຍລາວ, ແລະ ອຶ່ນໆ. ບັນຫາທີ່ໄດ້ຍົກຂຶ້ນ ເພື່ອປຶກສາຫາລືໃນກອງປະຊຸມມີດັ່ງນີ້ດເຊັ່ນ:

  • ການຮັບປະກັນການສະໜອງ ວັດຖຸດິບເຂົ້າໃນການຜະລິດຕ່າງໆ
  • ການສ້າງຕັ້ງ ແລະ ເຄື່ອນໄຫວ ສະມາຄົມທຸລະກິດ
  • ຄ່າທຳນຽມ ທີ່ຕິດພັນກັບການນຳເຂົ້າທີ່ສູງຂຶ້ນ ຜ່ານລະບົບ NSWA+
  • ການລັກລອບນຳເຂົ້າສິນຄ້າເຖື່ອນ ທີ່ບໍ່ໄດ້ເສຍພາສີນຳເຂົ້າມາຈຳໜ່າຍ
  • ບັນຫາ ສິ້່ງອຳນວຍຄວາມສະດວກ​ສາທາລະນຸປະໂພກ (ຄວາມບໍ່ສະຖຽນໄຟຟ້າທີ່ສົ່ງຜົນກະທົບຕໍ່ການຜະບິດ)
  • ຄວາມບໍ່ຊັດເຈນໃນການຈັດຕັ້ງປະຕິບັດນິຕິກຳ ທີ່ຕິດພັນກັບການສົ່ງອອກພະລິດຕະພັນໄມ້

ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງ ບາດກ້າວຕໍ່ໄປ ໜ່ວຍງານປຶກສາຫາລື ຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບູລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າເປັນບັນຫາບູລິມະສິດ ໃນການສະເໜີຕໍ່ພາກລັດຖະບານໃນຂັ້ນຕອນຕໍ່ໄປຂອງກອງປະຊຸມທຸລະກິດລາວຄັ້ງທີ 15.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword