ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ

ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ

ກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ, ໃນວັນທີ 31 ສິງຫາ 2023, ທີ່ ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສຄອ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສົນທະນາ ນະໂຍບາຍ ກ່ຽວກັບການຂາດເຂີນແຮງງານ ຢູ່ ສປປ ລາວ ຫຼື Policy Talk Workshop on Labor Shortage in Lao PDR, ໂດຍການສະໜັບສະໜູນຂອງໂຄງການ USAID – LBE ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Lao Business Environment Project (LBE).
ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ປອ.ນາງ ວາລີ ເວດສະພົງ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ເຄັນ ຝອດ ຫົວໜ້າໂຄງການ USAID – LBE, ທ່ານ ສາລີ ວົງປະຊາ ຮອງປະທານ ສຄອ ແຂວງຈາປາສັກ. ມີຮອງອະທິການບໍດີມະຫາວິທະຍາໄລຈໍາປາສັກ, ຜູ້ຕາງໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ເລຂາທິການ ສຄອ ແຫ່ງຊາດລາວ, ການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງພາກລັດຂັ້ນແຂວງ, ສະມາຄົມ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆພາຍໃນແຂວງ ທີ່ເປັນສະມາຊິກຂອງ ສຄອ ແຂວງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ມີຄໍາເຫັນວ່າ: ການຈັດກອງປະຊຸມ ສົນທະນາ ຄັ້ງນີ້ ສຸດທີີ່ມີຄວາມໝາຍສໍາຄັນ ທີ່ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ຈະໄດ້ປຶກສາຫາລື, ສົນທະນາແລກປ່ຽນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບແນວໂນ້ມຂອງເສດຖະກິດ ແລະ ສະພາບແຮງງານໃນປະຈຸບັນ. ພ້ອມນັ້ນ ຍັງຈະໄດ້ແລກປ່ຽນ, ສະເໜີແນະ ກ່ຽວກັບວິທີການແກ້ໄຂບັນຫາແຮງງານ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ຂ້າພະເຈົ້າ ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ຈົ່ງໄດ້ເປັນເຈົ້າການແລກປ່ຽນຄຳເຫັນຢ່າງກົງໄປກົງມາ, ສົນທະນາແລກປ່ຽນດ້ວຍເຫດ, ດ້ວຍຜົນ ຍົກໃຫ້ເຫັນບັນຫາ ແລະ ສິ່ງທ້າທ້າຍທີ່ພົບພໍ້ ເພື່ອພ້ອມກັນກຳນົດວິທີການ, ມາດຕະການແກ້ໄຂ, ກຳນົດຍຸດທະສາດ ແລະ ນະໂຍບາຍ ໄດ້ຢ່າງສອດຄ່ອງ ເພື່ອເຮັດໃຫ້ການແກ້ໄຂບັນຫາຂາດແຄນແຮງງານ ຢູ່ ສ ປປ ລາວ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງຈຳປາສັກ ໃນນັບມື້ນັບເຂົ້າສູ່ສະພາບປົກກະຕິໂດຍໄວ.
ຕໍ່ມາ, ທ່ານ ນາງ ດຣ.ທານິດາ ອາຣາຍາວິຈິດ (Dr.Tanida Arayavechkit) ນັກເສດຖະສາດ ອາວຸໂສ ທະນາຄານໂລກ ເຂົ້າຮ່ວມທາງໄກ ໄດ້ນໍາສະເໜີ ການປະເມີນພາບລວມຂອງເສດຖະກິດ ແລະ ຕະຫລາດແຮງງານ ຢູ່ ສປປ ລາວ. ຈາກນັ້ນ ກໍ່ໄດ້ຕັ້ງເວທີ ສົນທະນາກ່ຽວກັບ ການແກ້ໄຂ ບັນຫາການຂາດແຮງງານ ແລະ ແຜນຮັບແບບໃໝ່. ຈຸດປະສົງ ກໍ່ເພື່ອເສີມສ້າງຄວາມຮູ້ໃຫ້ກັບຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກ່ຽວແນວໂນ້ມຂອງເສດຖະກິດ ແລະ ສະພາບແຮງງານໃນປະຈຸບັນ ເພື່ອໃຫ້ເຂົາເຈົ້າໄດ້ກະກຽມ ແລະ ວາງແຜນໃນການຮັບມື ທັງເປັນການເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດໄດ້ສົນທະນາແລກປ່ຽນຄວາມຄິດເຫັນກ່ຽວກັບການແກ້ໄຂບັນຫາແຮງງານ ໃນໄລຍະສັ້ນ ແລະ ໄລຍະຍາວ. ພ້ອມນີ້ ກໍ່ໄດ້ຍົກເອົາບັນຫາທ້າທາຍຕ່າງໆ ທີ່ພາກທຸລະກິດໄດ້ພົບພໍ້ ມາສົນທະນາ.
ຜ່ານຈາກກອງປະຊຸມສົນທະນາຄັ້ງນີ້ ເຮັດໃຫ້ພາກທຸລະກິດມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບສະພາບເສດຖະກິດ ແລະ ຕະຫຼາດແຮງງານຢູ່ ສປປ ລາວ. ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນ ແລະ ຄວາມຄິດເຫັນໃນການແກ້ໄຂບັນຫາສະພາບການຂາດແຄນຂອງແຮງງານ ພ້ອມທັງໄດ້ຮັບພັງ ແລະ ມີສ່ວນຮ່ວມປະກອບຄຳເຫັນໃນການສົນທະນາ ແລະ ສະເໜີແນວທາງ ກ່ຽວກັບນະໂຍບາຍ ທີ່ສາມາດແກ້ໄຂບັນຫາແຮງງານ ໃນໄລຍະສັ້ນ ແລະ ຍາວ ທັງເປັນການສ້າງໂອກາດໃຫ້ນັກທຸລະກິດພາຍໃນແຂວງ ໄດ້ແລກປ່ຽນຄໍາເຫັນກັບ ພາກລັດຫຼາຍຂຶ້ນ. ນອກນີ້ ຍັງຊ່ວຍໃຫ້ ສຄອ ແຫ່ງຊາດລາວ, ສຄອ ແຂວງ ແລະ ໂຄງການສ້າງສະພາບແວດລ້ອມ ທີ່ເພື່ອອຳນວຍຕໍ່ທຸລະກິດລາວ ເຫັນໄດ້ບັນຫາທີ່ແທ້ຈິງ ເພື່ອນໍາສະເໜີຕໍ່ພາກລັດຢ່າງເປັນຮູບພະທຳ.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword