ສູນບໍລິການ ອສຄ,ສຄອຊ ເດີນທາງທັດສະນະສຶກສາ ແລະ ຢ້ຽມຢາມສະຖານປະກອບການ ທີ່ ສະຫະພັນ ເຢຍລະມັນ

ສູນບໍລິການ ອສຄ,ສຄອຊ ເດີນທາງທັດສະນະສຶກສາ ແລະ ຢ້ຽມຢາມສະຖານປະກອບການ ທີ່ ສະຫະພັນ ເຢຍລະມັນ

ສູນບໍລິການ ອາຊີວະສຶກສາແບບຄວບຄູ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເດີນທາງທັດສະນະສຶກສາ ແລະ ຢ້ຽມຢາມສະຖານປະກອບການ ທີ່ ສະຫະພັນ ເຢຍລະມັນ.

ໃນລະຫວ່າງ ວັນທີ 11 ຫາ 17 ກັນຍາ 2023 ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ຫົວໜ້າສູນບໍລິການ ອາຊີວະສຶກສາແບບຄວບຄູ່, ພ້ອມດ້ວຍຄະນະກົມອາຊີວະສຶກສາ ຮ່ວມຕິດຕາມ ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ ໃນນາມຫົວໜ້າຄະນະ ເດີນທາງທັດສະນະສຶກສາ ແລະ ຢ້ຽມຢາມສະຖານປະກອບການ, ສະຖານອາຊີວະສຶກສາ, ກຸ່ມ ສະມາຄົມທຸລະກິດ ແລະ ສະພາການຄ້າ ຂອງ ເມືອງຮຳບວກ, ສະຫະພັນ ເຢຍລະມັນ.
ຈຸດປະສົງຂອງການເດີນທາງຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດການຮຽນ-ການສອນ ອາຊີວະສຶກສາຮູບແບບຄວບຄູ່, ການຮ່ວມມື ແລະ ພາລະບົດບາດ ຂອງອົງກອນທີ່ມີສ່ວນຮ່ວມ.
ສຳລັບການທັກສະນະສຶກສາ ໂດຍມີກຸ່ມເປົ້າໝາຍຢ້ຽມຢາມຄື ຂະແໜງການລົດຍົນ, ການບໍລິການ ໂຮງແຮມ-ຮ້ານອາຫານ, ຂະແໜງການຄ້າ, ອຸດສາຫະກຳ ການຜະລິດ (ຜະລິດຕະພັນບຳລຸງຜິວ). ນອກຈາກາກນຢ້ຽມຢາມພາກທຸລະກິດແລ້ວ. ຄະນະດັ່ງກ່າວຍັງມີໂອກາດພົບປະ ແລກປ່ຽນຂໍ້ມູນ ນຳກະຊວງການຮ່ວມມືເສດຖະກິດແລະການພັດທະນາ (BMZ), ທະນາຄານພັດທະນາເຢຍລະມັນ (KFW), ອົງການການຮ່ວມມືສາກົນເຢຍລະມັນ (GIZ) ແລະ ອົງກອນຄູ່ຮ່ວມພັດທະນາອື່ນໆ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword