ພິທີຖະແຫຼງຂ່າວການອອກຢັ້ງຢືນໃຫ້ສະຖານປະກອບການຄູ່ຮ່ວມງານ ອາຊີວະສຶກສາແບບຄວບຄູ່ (ອສຄ)

ພິທີຖະແຫຼງຂ່າວການອອກຢັ້ງຢືນໃຫ້ສະຖານປະກອບການຄູ່ຮ່ວມງານ ອາຊີວະສຶກສາແບບຄວບຄູ່ (ອສຄ)

ພິທີຖະແຫຼງຂ່າວການອອກຢັ້ງຢືນໃຫ້ສະຖານປະກອບການຄູ່ຮ່ວມງານ ອາຊີວະສຶກສາແບບຄວບຄູ່ (ອສຄ) ເຊິງອອກໃຫ້ໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI DCT Certified Company),

ໃນຕອນບ່າຍ ວັນພະຫັດ ທີ 21 ກັນຍາ 2023 ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການອອກຢັ້ງຢືນໃຫ້ສະຖານປະກອບການຄູ່ຮ່ວມງານ ອາຊີວະສຶກສາແບບຄວບຄູ່ (ອສຄ) ເຊິງມີເປົ້າໝາຍເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ ອສຄ ຜ່ານການບໍລິການທີ່ຫລາກຫລາຍ ກ່ຽວຂ້ອງກັບການ ສະໜັບສະໜູນ, ສົ່ງເສີມ ແລະ ໂຄສະນາຮູບແບບອາຊີວະສຶກສາແບບຄວບຄູ່ ໂດຍມີ 06 ການບໍລິການຫຼັກ; 1) ການສະໜອງປ່ອງບໍລິການປະຕູດຽວ, 2) ການຝຶກອົບຮົມ,
3) ການຢັ້ງຢືນ, 4) ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບອາຊີວະສຶກສາແບບຄວບຄູ່ ,
5) ການສົ່ງເສີມ ແລະ ສົນທະນາ ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ແລະ
6) ການໂຄສະນາ ແລະ ຍ້ອງຍໍ.
ການອອກໃບຢັ້ງຢືນ “ສະຖານປະກອບການທີ່ເປັນຄູ່ຮ່ວມງານ ອສຄ” (DCT Partner Company” certification) ແມ່ນເພື່ອ ຮັບຮູ້, ເຫັນຄຸນຄ່າແລະ ສົ່ງເສີມ ບົດບາດຂອງສະຖານປະກອບການ ໃນການສ້າງກໍາລັງແຮງງານ ຜ່ານທາງວຸດທິ ແລະ ມີຄວາມສາມາດທີ່ເໝາະສົມໃນການເຮັດວຽກ ແລະ ປະກອບອາຊີບ. ການຮັບຮອງຈະຕ້ອງປະກອບດ້ວຍ ເຄື່ອງໝາຍສັນຍາລັກ (Seal) ແລະ ໃບຢັ້ງຢືນການຮັບຮູ້ (Certificate of Acknowledgment) ແລະ ສະຕິກເກີ້.
ສຄອຊ ຈະຢັ້ງຢືນການເຂົ້າຮ່ວມ ອສຄ ຂອງສະຖານປະກອບການຂອງທ່ານ ໂດຍບໍ່ເສຍຄ່າໃນເບື້ອງຕົ້ນ
ແລະ ເກນການຮັບຮອງ ຢັ້ງຢືນ ກໍ່ຍັງຢູ່ໃນລະດັບຂັ້ນ ພື້ນຖານເຊັ່ນ:
1. ເປັນສະຖານປະກອບການທີ່ ຂຶ້ນຖະບຽນຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.
2. ມີນັກຮຽນ ອສຄ ຢ່າງນ້ອຍ 02 ຄົນ ທີ່ຜ່ານການຝຶກປະຕິບັດໃນໄລຍະນຶ່ງປີຜ່ານມາ ຫຼື ກໍາລັງຝຶກປະຕິບັດຢູ່.
3. ມີຄູຝຶກຂອງສະຖານປະກອບການ ທີ່ມີຄຸນວຸດທິ ຫຼື ຜ່ານການຝຶກອົບຮົມ ຢ່າງນ້ອຍ 02 ຄົນ.
4. ມີການຕົກລົງຮ່ວມມືຮູບແບບຕ່າງໆ ລະຫວ່າງສະຖານປະກອບການ ແລະ ສະຖານການສຶກສາ.
5. ມີສິ່ງອໍານວຍຄວາມສະດວກໃນການຝຶກປະຕິບັດ ແລະ ຄວາມສາມາດໃນການຝຶກອົບຮົມມີພຽງພໍ (ສະຖານທີ່ເຮັດວຽກ, ບຸກຄະລາກອນຝຶກສອນ ທີ່ມີວຸດທິ ແລະ ຄຸນສົມບັດທີ່ເໝາະສົມ ແລະ ມີປະສົບການ) ຕາມຂໍ້ກໍານົດ ການຝຶກພາກປະຕິບັດຕາມໜ່ວຍຄວາມສາມາດ (units of competence).
ໃນຖານະສະຖານປະກອບການ ທີ່ໄດ້ຮັບການຢັ້ງຢືນ ທ່ານໄດ້ເຮັດການຕັດສິນໃຈ ຢ່າງໜ້າຊື່ນຊົມ ທີ່ຈະລົງທຶນຢ່າງຕໍ່ເນື່ອງ ເພື່ອພັດທະນາ ທັກສະ ແລະ ຜະລິດຕະພາບ ການເຮັດວຽກ ຂອງຜູ້ອອກແຮງງານ ແລະ ຜູ້ຮັບການຝຶກອົບຮົມ/ ນັກຮຽນອາຊີວະສຶກສາ ພາຍໃຕ້ຄໍາຂວັນ
ໍ”ອະນາຄົດຂອງຊາວໜຸ່ມ – ອະນາຄົດຂອງຊາດ – ແມ່ນ ພາລະກິດຂອງພວກເຮົາ”
🏆 ແລະ ການມີສ່ວນຮ່ວມເພື່ອທັກສະທີ່ດີເລີດ🥇
ຂໍ້ມູເພີ່ມຕື່ມ ສາມາດຕິດຕໍຫາ ນາງ ຄອນສະຫວັນ 020 55261789, khonesavanh.c@lncci.la, www.dct.lncci.la

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword