ກອງປະຊຸມພົບປະແລກປ່ຽນລະຫວ່າງນັກທຸລະກິດລາວ-ໄທ

ກອງປະຊຸມພົບປະແລກປ່ຽນລະຫວ່າງນັກທຸລະກິດລາວ-ໄທ

ກອງປະຊຸມພົບປະແລກປ່ຽນລະຫວ່າງນັກທຸລະກິດລາວ-ໄທ ໃນວັນທີ 03 ຕຸລາ 2023, ທີ່ໂຮງແຮມ ຄຣາວພຣາຊາ, ນະຄອນຫລວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ຄະນະຈັດຕັ້ງຫຼັກສູດ MISSION WE ຂອງປະເທດໄທ, ສະມາຄົມນັກທຸລະກິດຍິງ ໄດ້ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງນັກທຸລະກິດລາວ-ໄທ ໃນວັນທີ 03 ຕຸລາ 2023 ທີ່ ໂຮງແຮມຄຣາວພຣາຊ່າ.
ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ທັງເປັນ ປະທານສະມາຄົມນັກທຸລະກິດຍິງ ແລະ ທ່ານ ນາງ ສຸດາຣັດ ເກຢຸລາພັນ, ປະທານຫຼັກສູດ MISSION WE ຂອງປະເທດໄທ, ນອກນີ້ຍັງມີພາກລັດເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ, ລມຕ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລວມເຖິງຕ່າງໜ້າຈາກພະແນກຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດຈາກ ຣາຊາອານາຈັກໄທ ແລະ ສປປ ລາວ ເຂົ້າຮ່ວມໃນຄັ້ງນີ້. ຈຸດປະສົງຂອງກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ກໍ່ເພື່ອເປັນການແນະນໍາກ່ຽວກັບຫຼັກສູດ MISSION WE ຂອງປະເທດໄທ ທັງເປັນການແລກປ່ຽນບົດຮຽນ ແລະ ສານສາຍສໍາພັນທີ່ດີລະຫວ່າງນັກທຸລະກິດລະຫວ່າງສອງປະເທດທາງດ້ານການຄ້າ, ການລົງທຶນ ລວມເຖິງເປັນການເສີມຂະຫຍາຍການຮ່ວມມືທັງພາກລັດ ແລະ ເອກະຊົນ, ທັງເປັນການເພີ່ມທະວີການລົງທຶນຂອງນັກທຸລະກິດໄທຢູ່ ສປປ ລາວ ໃນຕໍ່ໜ້າ.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword