ກອງປະຊຸມລະດັບສູງທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປລາວ ໃນໂອກາດວັນຄົບຮອບສົນທິສັນຍາເດັກ (ວັນເດັກໂລກ 20 ພະຈິກ)

ກອງປະຊຸມລະດັບສູງທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປລາວ ໃນໂອກາດວັນຄົບຮອບສົນທິສັນຍາເດັກ (ວັນເດັກໂລກ 20 ພະຈິກ)

ກອງປະຊຸມລະດັບສູງທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປລາວ ໃນໂອກາດວັນຄົບຮອບສົນທິສັນຍາເດັກ (ວັນເດັກໂລກ 20 ພະຈິກ), ໃນວັນທີ 21 ພະຈິກ 2023 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ

ທ່ານ ວັນທອງ ສິດທິກຸນ, ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ເຂົ້າຮ່ວມກອງປະຊຸມ ເຊິ່ງຈຸດປະສົງແມ່ນນຳສະເໜີບົດລາຍງານຄວາມຄືບໜ້າການການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປລາວ ໃນໂອກາດວັນຄົບຮອບສົນທິສັນຍາເດັກ (ວັນເດັກໂລກ 20 ພະຈິກ) ແລະ ການມີສ່ວນຮ່ວມໃນການປະຕິບັດຄຳໝາຍໝັ້ນຂອງພາກສ່ວນທຸລະກິດ ແລະ ພາກເອກະຊົນ ໃນກອງປະຊຸມພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊ ກມດ), ທ່ານ ນາງ ອາລີ ວົງໜໍບຸນທຳ, ປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຢູນີເຊບພ້ອມດ້ວຍພາກສ່ວນຕ່າງໆ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ໃນນາມຕ່າງໜ້າຜູ້ໃຊ້ແຮງງານ ທີ່ໄດ້ເຮັດໜ້າທີ່ສໍາຄັນໃນການສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາການປະຕິບັດຄໍາໝາຍໝັ້ນຂອງພາກທຸລະກິດ ແລະ ການມີສ່ວນຮ່ວມ ຮັບຜິດຊອບຕໍ່ສັງຄົມໃນຫຼາຍຂົງເຂດວຽກງານ ຄູ່ຮ່ວມພັດທະນາທຸກພາກສ່ວນ, ສະມາຄົມ, ກຸ່ມທຸລະກິດ, ບໍລິສັດ ແລະ ຂະແໜ່ງທຸລະກິດຕ່າງໆ ທີ່ໄດ້ເຫັນຄວາມສໍາຄັນຮ່ວມກັນຈັດ ປະຕິບັດໃນຫຼາກຫຼາຍກິດຈະກໍາ ເກີດຂື້ນໄດ້ເພື່ອໃຫ້ບັນລຸວິໃສທັດ ພວກເຮົາຈະບໍ່ປ່ອຍໃຜໄວ້ຂ້າງຫຼັງ “ອະນາຄົດຂອງຊາວໜຸ່ມ, ອະນາຄົດຂອງຊາດ ແມ່ນພາລະກິດຂອງພວກເຮົາ”. (Our Youth Our People it is my business) ແລະ ຈັດຕັ້ງປະຕິບັດໃນການມີສ່ວນຮ່ວມຕໍ່ການພັດທະນາສີມືແຮງງານ, ການພັດທະນາບຸກຄະລາກອນຂອງການມີສ່ວນຮ່ວມວຽກງານທີ່ປີ່ນອ້ອມ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword