ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ ລະຫວ່າງ ສຄອຊ ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ ສາຂາ ແຂວງ ເຮີຍຫຼົງຈ່ຽງ

ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ ລະຫວ່າງ ສຄອຊ ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ ສາຂາ ແຂວງ ເຮີຍຫຼົງຈ່ຽງ

ໃນວັນທີ 05 ກຸມພາ 2024 ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຕ້ອນຮັບ ຄະນະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ ນໍາໂດຍ ທ່ານ ຫລີ ຊວນ ເຊິງ ຮອງເລຂາທິການ ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ.

ຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອຫັດແໜ້ນຄວາມສາມັກຄີ ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະ ສປປ ລາວ ແລະ ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດຜົນ ເຊັ່ນ: ຂະແໜງອຸດສາຫະກຳການຜະລິດ, ອຸປະກອນຜະລິດກະສິກຳ, ກົນຈັກ, ການປຸງແຕ່ງກະສິກຳ, ການສຶກສາ ແລະ ອື່ນໆ… ພ້ອມດຽວກັນນັ້ນກໍ່ໄດ້ເຊື້ອເຊີນ ສຄອຊ ລະດົມຫົວໜ່ວຍທຸລະກິດເຂົ້າຮ່ວມງານສຳຄັນທີ່ ແຂວງ ເຮີຍຫຼົງຈ່ຽງ ເຊັ່ນ: ງານວາງສະແດງ ຈີນ – ລັດເຊຍ ຄັ້ງທີ 8, ງານວາງສະແດງສິນຄ້ານໍາເຂົ້າສົ່ງອອກສິນຄ້າ ນະຄອນຮາບິນ ຄັ້ງທີ 33 ເຊິ່ງຈະຈັດຂື້ນ ໃນລະຫວ່າງ ວັນທີ 15-19 ພຶດສະພາ 2024f ທີ່ ນະຄອນ ຮາບິນ, ແຂວງ ເຮີຍຫຼົງຈ່ຽງ, ງານວາງສະແດງຜະລິດຕະພັນສີຂຽວ ເຊິ່ງຈະຈັດຂື້ນໃນເດືອນ ກັນຍາ 2024 ທີ່ ນະຄອນ ຮາບິນ ແລະ ອື່ນໆ… ເຊິ່ງງານດັ່ງກ່າວ ແມ່ນເວທີໜື່ງທີ່ສຳຄັນໃນການໂຄສະນາເຜີຍແຜ່ສິນຄ້າສູ່ຕະຫຼາດ ຈີນ, ລັດເຊຍ ແລະ ສາກົນ ພ້ອມທັງເປັນເວທີໃນການແລກປ່ຽນບົດຮຽນການດືງດູດການລົງທຶນ ແລະ ຊອກຫາຄູ່ຮ່ວມທຸລະກິດ ເພື່ອພ້ອມກັນພັດທະນາໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ແຂວງ ເຮີຍຫຼົງຈ່ຽງ ນອກຈາກມີທ່າແຮງທາງດ້ານອຸດສາຫະກຳການຜະລິດ, ການປຸງແຕ່ງກະສິກຳ, ເຄື່ອງກົນຈັກຍັງມີຫຼາຍແຫຼ່ງທ່ອງທ່ຽວທີ່ມີຊື່ສຽງປະສົມປະສານວັດທະນາທຳ ອາຊີ ແລະ ເອີຣົບ, ໂດຍສະເພາະແມ່ນ ງານມະຫາກຳແກະສະຫຼັກຫິມະ ແລະ ນໍ້າແຂງ ແລະ ອື່ນໆ… ເຊິ່ງເປັນອີກ 1 ທ່າແຮງໃນການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນາທຳ ຂອງສອງຝ່າຍ.
ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ແມ່ນເຫັນດີເປັນເອກະພາບໃນການເພິ່ມທະວີການຮ່ວມມືຂອງສອງຝ່າຍ ບໍ່ວ່າຈະແມ່ນຂະແໜງການຄ້າການລົງທຶນ, ຂະແໜງການທ່ອງທ່ຽວວັດທະນາທຳ, ຂະແໜງການສຶກສາ, ຂະແໜງການຜະລິດກະສິກຳ ແລະ ອື່ນໆ… ມີຄວາມຍິນດີທີ່ຈະລະດົມຫົວໜ່ວຍທຸລະກິດ ລາວ ທີ່ມີທ່າແຮງເຂົ້າຮ່ວມງານວາງສະແດງດັ່ງກ່າວ ແລະ ໄດ້ສະເໜີຂໍນະໂຍບາຍພິເສດແກ່ຫົວໜ່ວຍທຸລະກິດລາວກ່ຽວກັບລາຄາເຊົ່າຫ້ອງວາງສະແດງ, ທີ່ພັກເຊົາ ແລະ ອື່ນໆ ເພື່ອຫຼຸດຜ່ອນຕົ້ນທຶນໃນການເຂົ້າຮ່ວມງານ ແລະ ຍັງໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຈາກ ແຂວງເຮີຍຫຼົງຈ່ຽງ ເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ ຮ່ວມກັນຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງ ລາວ – ແຂວງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທີຜົນ.
ໃນໂອກາດການພົບປະກັນໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ເຊິ່ງຕາງໜ້າ ສຄອຊ ໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ແລະ ຕາງໜ້າ CCPIT ແຂວງ ເຮີຍຫຼົງຈ່ຽງ ໂດຍ ທ່ານ ຫຼີ ຊວນ ເຊິງ ຮອງເລຂາທິການ CCPIT ແຂວງ ເຮີຍຫຼົງຈ່ຽງ, ການເຊັນບົດບັນທຶກດັ່ງກ່າວ ຈະເປັນບາດກ້າວໜື່ງທີ່ສຳຄັນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ເພື່ອພ້ອມກັນຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍ່ຄື ແຂວງ ເຮີຍຫຼົງຈ່ຽງ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທີຜົນ.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword