ຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)”

ຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)”

ສູນບໍລິການ ອະຊີວະສຶກສາແບບຄວບຄູ່ (ອສຄ) ໄດ້ເປີດຊຸດຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)” ໃນວັນທີ 5-7 ມີນາ 2024

ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ, ໂດຍການສະໜູບສະໜູນຂອງໂຄງການ ພັດທະນາອາຊີວະສຶກສາ ໃນ ສປປ ລາວ (GIZ-VELA Project), ລວມຜູ້ເຂົ້່າຮ່ວມທັງໝົດ 16 ທ່ານ.
ການຝຶກອົບຮົມໃນສະຖານປະກອບການ ຫລື ບໍລິສັດແມ່ນເຄື່ອງມືທີ່ສໍາຄັນໃນການພັດທະນາທັກສະການປະຕິບັດງານຂອງພະນັກງານ ແລະ ກ່ຽວຂ້ອງກັບການຝຶກອົບຮົມທັງໜົດທີ່ດໍາເນີນການໃນສະຖານປະກອບການ ເຊັ່ນ: ການຝຶກອົບຮົມເພື່ອເພີ່ມຄວາມຮູ້ ແລະ ທັກສະ ໃຫ້ພະນັກງານທີ່ຢູ່ປະຈໍາ, ການຝຶກອົບຮົມເວລາຮັບຮັບພະນັກງານໃໝ່, ການຝຶກອົບຮົມໃນໜ້າວຽກຕົວຈິງ ແລະ ການຝຶກນັກສຶກສາຝຶກງານ. ເຊິ່ງສາມາດຮວມເຂົ້າກັບຮູບແບບ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ທີ່ສາມາດເບິ່ງເຫັນຜົນປະໂຫຍດ ແລະ ລວມເອົາການຝຶກອົບຮົມພາຍໃນບໍລິສັດເປັນສ່ວນນຶ່ງຂອງ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ທີ່ນໍາໄປສູ່ຄວາມສໍາເລັດຂອງສະຖານປະກອບການ.
ຄຸນນະພາບ ແລະ ຜົນໄດ້ຮັບຂອງການຝຶກອົບຮົມໃນ ສະຖານປະກອບການ ຂຶ້ນກັບຄວາມສາມາດຂອງຜູ້ທີ່ຮັບຜິດຊອບໃນການຖ່າຍທອດຄວາມຮູ້ ແລະ ທັກສະ ເຊັ່ນ: ຄູຝຶກ, ຫົວໜ້າງານ, ນາຍຊ່າງເທັກນິກທີ່ມີສີມື, ພະນັກງານ ແລະ ບຸກຄະລາກອນຜູ້ອື່ນໆທີ່ມີສ່ວນກ່ຽວຂ້ອງໃນການຝຶກອົບຮົມການສອນ ຫລື ການໃຫ້ຄໍາປຶກສາ, ຄູຝຶກໃນສະຖານປະກອບການ ແມ່ນອ້າງອີງເຖິງກຸ່ມຄົນທັງໝົດທີ່ກ່າວມາຂ້າງເທິງ.
ຈຸດປະສົງຂອງການເປີດຝຶກອົບຮົມນີ້ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸຈຸດປະສົງເປົ້າໝາຍຂອງຫລັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.
ການຝຶກອົບຮົມຈະດຳນເນີນເປັນເວລາ 03 ວັນເຕັມ ແລະ ສຳເລັດ ໃນວັນທີ 5-7 ມີນາ 2024, ຜູ້ເຂົ້າຮ່ວມຝຶກອົບຮົມ ແມ່ນຈະໄດ້ຮັບໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword