ການສ້າງເຄືອຄ່າຍທຸລະກິດລະຫວ່າງນັກທຸລະກິດ 3 ປະເທດ ກໍາປູເຈຍ, ລາວ, ໄທ (CLMV 2024 Business Networking)

ການສ້າງເຄືອຄ່າຍທຸລະກິດລະຫວ່າງນັກທຸລະກິດ 3 ປະເທດ ກໍາປູເຈຍ, ລາວ, ໄທ (CLMV 2024 Business Networking)

Start date: 21/05/2024 - End date: 30/05/2024

Time: 10.00-21.00

Location: Online,ໂຮງແຮມ Richmond, ບາງກອກ, ປະເທດໄທ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)
ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມອຸດສາຫະກໍາແຫ່ງປະເທດໄທ ໄດ້ຈັດໂຄງການການສ້າງເຄືອຄ່າຍທຸລະກິດລະຫວ່າງນັກທຸລະກິດ 3 ປະເທດ ກໍາປູເຈຍ, ລາວ, ໄທ

(CLMV 2024 Business Networking) ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍ່ເພື່ອເປັນການສ້າງເຄື່ອຄ່າຍລະຫວ່າງນັກທຸລະກິດໃນຫຼາກຫຼາຍຂະແໜງການຈາກບັນດາປະເທດ CLMV ເພື່ອໃຫ້ໄດ້ມາຮູ້ຈັກກັນ, ປຶກສາຫາລືແລກປ່ຽນທຸລະກິດເຊິ່ງກັນ ແລະ ກັນເພື່ອຈະເປັນການເຊື່ອມຕໍ່ໃນການຮ່ວມມືລົງທຶນກັນຮ່ວມກັນໃນອານາຄົດ. ເຊິ່ງລາຍລະອຽດຂອງງານມີດັ່ງນີ້:
– ວັນທີ 21 ພຶດສະພາ 2024, ເວລາ 10:00-12:00 ໂມງ ແມ່ນກອງປະຊຸມພົບປະທາງອອນລາຍລາຍຫວ່າງ ນັກທຸລະກິດ ລາວ-ໄທ.
– ວັນທີ 30 ພຶດສະພາ 2024, ເວລາ 13:00-20:00 ໂມງ ທີ່ ໂຮງແຮມ Richmond, ບາງກອກ, ປະເທດໄທ, ຜູ້ເຂົ້າຮ່ວມຈະໄດ້ເຂົ້າຮ່ວມງານສ້າງເຄື່ອຄ່າຍ ແລະ ພົບປະນັກທຸລະກິດລະຫວ່າງ 3 ປະເທດ ລາວ, ໄທ, ກໍາປູເຈຍ ໃນງານ Business Roadshow & Dinner Talk.
– ສໍາລັບທ່ານໃດທີ່ແຈ້ງລາຍຊື່ມາກ່ອນ ທາງເຈົ້າພາບຈະຮັບຜິດຊອບຄ່າທີ່ພັກໃຫ້ ຈໍານວນ 2 ຄືນ, ຄືນທີ 29 ແລະ 30 ພຶດສະພາ 2024 ທີ່ ບາງກອກ, ປະເທດໄທ.
* ສໍາລັບທ່ານທີ່ສົນໃຈເຂົ້າຮ່ວມງານກະລຸນາລົງທະບຽນຜ່ານລິ້ງນີ້:https://docs.google.com/…/18PQgvDPHmaPzfMujPt8J…/edit… ພ້ອມແຈ້ງລາຍຊື່ມາຍັງພະແນກເຊື່ອມໂຍງພາກພື້ນ ແລະ ສົ່ງເສີມການລົງທຶນ, ສຄອຊ ພາຍໃນວັນທີ 18 ພຶດສະພາ 2024 ດ້ວຍ.
ດັ່ງນັ້ນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈຶ່ງຂໍຖືເປັນກຽດຮຽນເຊີນທ່ານເພື່ອເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.

Enter your keyword