ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດໃຫ້ແກ່ພາກທຸລະກິດ

ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດໃຫ້ແກ່ພາກທຸລະກິດ

ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດໃຫ້ແກ່ພາກທຸລະກິດ ໃນວັນທີ13 ມິຖຸນາ 2024 ,ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

ໂດຍການປະທານຮ່ວມ ຂອງທ່ານ ອະພິສິດ ແສງສຸລິວົງ ຫົວຫນ້າກົມທະບຽນວິສາຫະກິດ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກອງປະຊຸມດັ່ງກ່າວໄດ້ນຳສະເໜີ ແລະ ມີຈຸດແລກປ່ຽນ 8 ຈຸດຫຼັກ
+ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແມ່ນປະຕິບັດເປັນເອກະພາບ ໃນຂອບເຂດທົ່ວປະເທດ ຖືເປັນການແຈ້ງເກີດຂອງວິສາຫະກິດ ຊຶ່ງບໍ່ສາມາດດໍາເນີນທຸລະກິດໄດ້ເທື່ອ ແລະ ບໍ່ແມ່ນໃບອະນຸຍາດລົງທຶນ / ໃບອະນຸຍາດດໍາເນີນທຸລະກິດ ໂດຍຖືເປັນໃບຢັ້ງຢືນການສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫຼື ນິຕິບຸກຄົນ) ຖືກຕ້ອງຕາມກົດໝາຍ ແລະ ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດກັບຂະແໜງການທີ່ກ່ຽວຂ້ອງຈື່ງສາມາດດຳເນີນທຸລະກິດໄດ້
+ຊື່ວິສາຫະກິດ ແມ່ນຊື່ທີ່ວິສາຫະກິດນໍາໃຊ້ແຕ່ວັນໄດ້ຮັບການສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຫາກຊື່ວິສາຫະກິດໃດໜຶ່ງ ບໍ່ສອດຄ່ອງກັບກົດໝາຍ ຂະແໜງການກ່ຽວຂ້ອງ ສາມາດສະເໜີຫາ ຈທວ (ເພື່ອແຈ້ງໃຫ້ ວິສາຫະກິດ ປ່ຽນຊື່ວິສາຫະກິດດັ່ງກ່າວ). ກໍລະນີ ວິສາຫະກິດບໍ່ມາປ່ຽນແປງຊື່ວິສາຫະກິດຂອງຕົນ ຈທວ ຈະໂຈະການນໍາໃຊ້ໃບທະບຽນວິສາຫະກິດ.ຈົນຮອດວັນສິ້ນສຸດການເປັນວິສາຫະກິດ
+ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕ້ອງແຈ້ງ ຈທວ ພາຍໃນ 30 ວັນ ນັບແຕ່ວັນທີ່ມີການຕົກລົງເປັນຕົ້ນໄປ (ເປັນຕົ້ນ ປ່ຽນແປງ ຊື່ວິສາຫະກິດ, ເພີ່ມ ຫຼື ຫຼຸດທຶນຈົດທະບຽນ, ຮູບການ/ຮູບແບບວິສາຫະກິດ, ຜູ້ຈັດການ, ຜູ້ອໍານວຍການ, ຍ້າຍທີ່ຕັ້ງສໍານັກງານ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ, ຜູ້ຖືຮຸ້ນ)
+ການຍຸບເລີກວິສາຫະກິດ
-ການຍຸບເລີກວິສາຫະກິດສ່ວນບຸກຄົນ:
-ຊໍາລະສະສາງໃຫ້ຖືກຕ້ອງ ແລະ ຄົບຖ້ວນກ່ອນ;
-ແຈ້ງຈທວ ທີ່ກ່ຽວຂ້ອງ ລຶບຊື່ວິສາຫະກິດ.
+ການຍຸບເລີກວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ:
-ແຈ້ງການຍຸບເລີກຕໍ່ ຈທວ ທີ່ກ່ຽວຂ້ອງ
-ດຳເນີນການຊໍາລະສະສາງໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
-ແຈ້ງ ຈທວ ລຶບຊື່ວິສາຫະກິດ.
+ການໂຈະການນໍາໃຊ້ໃບທະບຽນວິສາຫະກິດ ມາດຕະການຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ນຳໃຊ້ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໃນກໍລະນີ:
ຕາມການສະເໜີຂອງຂະແໜງການສ່ວຍສາອາກອນ
ຊື່ວິສາຫະກິດໃດໜຶ່ງ ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ
+ການລົບລ້າງໃບທະບຽນວິສາຫະກິດ ໃນກໍລະນີ:
-ໃບທະບຽນວິສາຫະກິດເດີມ ທີ່ເປື້ອນ, ຈີກຂາດ, ເສຍຫາຍ;
-ມີການອອກໃບທະບຽນວິສາຫະກິດຊໍ້າຊ້ອນ
-ໃນກໍລະນີປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫຼື ຍຸບເລີກວິສາຫະກິດ.
+ການຄຸ້ມຄອງວິສາຫະກິດ ຂະແໜງການອຸດສາຫະກຳ ແລະ ການຄ້າ (ຈທວ) ແມ່ນຄຸ້ມຄອງການຈັດຕັ້ງທຸລະກິດ ຕາມໃບທະບຽນວິສາຫະກິດ
+ຖານຂໍ້ມູນວິສາຫະກິດແຫ່ງຊາດ ເຊື່ອມສານຂໍ້ມູນວິສາຫະກິດແຫ່ງຊາດ ກັບ:
-ລະບົບຂໍ້ມູນສ່ວຍສາອາກອນ ເພື່ອໃຫ້ຕົວເລກວິສາຫະກິດ ແລະ ຕົວເລກອາກອນ ກົງກັນ
(ພ້ອມທັງຫັນເປັນຕົວເລກດຽວກັນ);
-ຂະແໜງການກ່ຽວຂ້ອງ ເພື່ອເກັບກໍາຂ້ໍມູນກ່ຽວກັບໃບອະນຸຍາດດໍາເນີນທຸລະກິດ

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more

Enter your keyword