ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ

ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ

ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ, ໃນວັນທີ 18 ມິຖຸນາ 2024, ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫລວງວຽງຈັນ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການແພລນສາກົນ ແລະ ທຣາເວລໄລຟ໌ ໄດ້ຈັດ ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ, ເຊິ່ງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການທ່ອງທ່ຽວ ໄດ້ຮັບການຍ້ອງຍໍ ແລະ ສະເຫຼີມສະຫຼອງຄວາມສຳເລັດທີ່ພວກເຂົາໄດ້ຮັບການຢັ້ງຢືນຈາກລາວຍືນຍາວ ແລະ ທຣາເວລໄລຟ໌, ງານມອບລາງວັນດັ່ງກ່າວ ແມ່ນທີ່ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ແລະ ຈະໄດ້ຈັດອີກຄັ້ງໜື່ງທີ່ ນະຄອນຫຼວງພະບາງໃນເວລາອັນໃກ້ໆນີ້
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ກຽດຮ່ວມ ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການ ທ່ອງທ່ຽວ, ການຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ຈະອອກໃບຢັ້ງຢືນໃຫ້ແກ່ຫົວໜ່ວຍທຸລະກິດທີ່ດຳເນີນງານພາຍໃຕ້ຄວາມຍືນຍົງໃນຮູບແບບທີ່ແຕກຕ່າງກັນໃນຕ່ອງໂສ້ອຸດສາຫະກຳທ່ອງທ່ຽວລາວແບບຍືນຍາວ. ການບໍລິຫານຈັດການ ແລະ ການດຳເນີນງານແບບຍືນຍົງ ເປັນພຽງເງື່ອນໄຂດຽວທີ່ບັນດາຫົວໜ່ວຍທຸລະກິດຕ້ອງໄດ້ຈັດຕັ້ງປະຕິບັດແບບຕໍ່ເໜື່ອງ ເຊິ່ງມັນລວມໄປເຖິງວິທີທີ່ທຸລະກິດຂອງພວກທ່ານໃຫ້ຄວາມສຳຄັນ ຫຼື ຄຳນຶງເຖິງປະໂຫຍດຂອງຊຸມຊົນ, ວິທີການດູແລພະນັກງານຂອງທ່ານ, ວິທີການອະນຸລັກຊັບພະຍາກອນຂອງທ່ານ, ແລະ ວິທີທີ່ທ່ານຊ່ວຍເຫຼືອບັນດາຜູ້ສະໜອງຂອງທ່ານໃຫ້ກ້າວໄປສູ່ຄວາມຍືນຍົງໃນການດຳເນີນທຸລະກິດ
ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີຄຳເຫັນພາຍໃນງານ: “ໃນນາມສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຂໍຊົມເຊີຍບັນດາຜູ້ປະກອບການທີ່ໄດ້ຜ່ານມາດຕະຖານທັງສອງມາດຕະຖານ ກໍ່ຄື ທຣາເວວໄລຟ໌ ທີ່ມີມາດຕະຖານສູງເຖິງ 200 ກວ່າ ເງື່ອນໄຂ ແລະ ມາດຕະຖານຂອງລາວຍືນຍາວ ແມ່ນຕ້ອງຜ່ານ 50 ປາຍກວ່າເງື່ອນໄຂ. ຫວັງຢ່າງຍີ່ງວ່າ ຜູ້ທີ່ໄດ້ຮັບການຢັ້ງຢືນມາດຕະຖານ ໃນຄັ້ງນີ້ ຈະສືບຕໍ່ຈັດຕັ້ງປະຕິບັດມາດຕະຖານ ເພື່ອໃຫ້ສາມາດໄດ້ຮັບການຢັ້ງຢືນມາດຕະຖານທ່ອງທ່ຽວ ລາວຍືນຍາວ ຕະຫລອດໄປ ແລະ ສາມາດຍົກລະດັບມາດຕະຖານ ໃຫ້ມີຄຸນນະພາບ ແລະ ສາມາດເປັນທີ່ຍອມຮັບໃນລະດັບສາກົນໄດ້”
ພາຍໃນງານຄັ້ງນີ້ ມີ 45 ຫົວຫນ່ວຍ ທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານລາວຍືນຍາວ ແລະ 18 ຫົວໜ່ວຍທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານ ທຣາເວລໄລຟ໌ ເຊິ່ງຈຳນວນທັງໝົດທີ່ກ່າວມານີ້ແມ່ນນອນຢູ່ໃນ 3 ແຂວງເປົ້າໝາຍຂອງໂຄງການໄດ້ແກ່: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
ໂຄງການ SUSTOUR ລາວ ເປັນໂຄງການທີ່ໄດ້ຮັບການສະໜູນຈາກ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການແພລນສາກົນປະຈຳ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສູນສະຫະພາບເອີຣົບທາງດ້ານລະບົບນິເວດເພື່ອການທ່ອງທ່ຽວ ແລະ ກະສິກຳ. ໂຄງການດັ່ງກ່າວມີຈຸດປະສົງເພື່ອຈັດຕັ້ງປະຕິບັດວຽກງານຄວາມຍືນຍົງໃນອຸດສາຫະກຳການທ່ອງທ່ຽວລາວ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword