ກອງປະຊຸມປຶກສາຫາລືກົນໄກການເຂົ້າຫາແຫຼ່ງທຶນໃນຂະແໜງທຸລະກິດກະສິກຳ

ກອງປະຊຸມປຶກສາຫາລືກົນໄກການເຂົ້າຫາແຫຼ່ງທຶນໃນຂະແໜງທຸລະກິດກະສິກຳ

ໃນວັນທີ 21 ມິຖຸນາ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສຄອຊ ໄດ້ຈັດກອງປະຊຸມປຶກສາຫາລືກົນໄກການເຂົ້າຫາແຫຼ່ງທຶນໃນຂະແໜງທຸລະກິດກະສິກຳ ຂຶ້ນ

ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ແລະ ມີທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າ ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ຫຼ່ຽມຜີ ຮອງອໍານວຍການ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳ, ທ່ານ ສຸວັນທອງ ນາມວົງ ຕາງໜ້າຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຜູ້ຕ່າງໜ້າຈາກ ADB, ທະນາຄານທຸລະກິດ, ສະຖາບັນການເງິນ ແລະ ວິສາຫະກິດຂະແໜງກະສິກຳ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອກ້າວໄປເຖິງການຮັບປະກັນການນໍາໃຊ້ທຶນທີ່ມີປະສິດທິພາບ ແລະ ປະສິດທິຜົນສູງເພື່ອສາມາດເຊື່ອມໂຍງຜູ້ປະກອບການເຂົ້າສູ່ຕະຫຼາດ ແນ່ໃສ່ການສົ່ງເສີມການ ຜະລິດສິນຄ້າກະສິກຳ ໃຫ້ມີປະລິມານ ແລະ ຄຸນນະພາບເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ແລະ ກ້າວໄປສູ່ການ ສົ່ງອອກໃນອານາຄົດ. ກອງປະຊຸມນີ້ ເພື່ອເປັນການຜັນຂະຫຍາຍ ກົນໄກ 4ຮ່ວມ ຂອງ ສຄອຊ ເປົ້າໝາຍ ແນ່ໃສ່ສ້າງປັດໃຈອຳນວຍຄວາມສະດວກ ໃນການຜະລິດ ສິນຄ້າກະສິກຳ ໃຫ້ເຕີບໃຫ່ຍຂະຫຍາຍຕົວ ຕາມນະໂຍບາຍສົ່ງເສີມຂອງ ລັດຖະບານ
ໃນທີ່ກອງປະຊຸມໄດ້ມີການປຶກສາຫາລືກັນ ແລະ ໄດ້ຮັບຮູ້ເຖິງນະໂຍບາຍຂອງສຳນັກງານສົ່ງເສີມຈຸລະວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ, ຂໍ້ມູນດ້ານການເງິນຂອງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ, ຂໍ້ມູນການເຂົ້າຫາແຫຼ່ງທຶນ, ມີການສະເໜີສະມາຄົມທະລຸກິດກະສິກຳສຶບຕໍ່ເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງສົມທົບກັນອອກແບບຮູບການຈັດຕັ້ງປະຕິບັດການເຂົ້າຫາແຫຼ່ງທຶນທີ່ມີຄວາມເປັນໄປໄດ້ໃນອະນາຄົດ, ມີການສະເໜີໃຫ້ ADB ເກັບກຳຂໍ້ມູນດ້ານກະສິກຳທີ່ຍັງກະແຈກກະຈາຍໃຫ້ເປັນສູນຂໍ້ມູນກະສິກຳ ເປັນຕົ້ນແມ່ນຂໍ້ມູນການການຜະລິດ ແລະ ອື່ນໆ ລວມໄປເຖິງການໂຄສະນາເຜີຍແຜ່ຂໍ້ມູນກະສິກຳຕ່າງໆ.
ໃນຕອນທ້າຍກອງປະຊຸມ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ໄດ້ກ່າວໃນກອງປະຊຸມວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕ່າງໜ້າພາກທຸລະກິດ, ສະມາຄົມເສດຖະກິດ-ກຸ່ມທຸລະກິດ, ສະຫະກອນ, ກຸ່ມຜູ້ປະກອບການທຸລະກິດອິດສະຫຼະ ແລະ ຫົວໜ່ວຍທຸລະກິດທີ່ສ້າງຕັ້ງ ແລະ ເຄື່ອນໄຫວ ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຈະຍັງສຶບຕໍ່ ປະສານງານ ປຶກສາຫາລືກັບທຸກພາກສ່ວນ ໂດຍສະເພາະແມ່ນ ສະມາຄົມທຸລະກິດກະສິກຳ ເຮັດແນວໃດໃຫ້ທຸລະກິດກະສິກຳໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ມີປະລິມານ ແລະ ຄຸນນະພາບເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ແລະ ສາມາດສົ່ງອອກໄດ້ ແລະ ໃນຕໍ່ໜ້າຍັງຈະສຶບຕໍ່ຈັດກອງປະຊຸມດ້ານການຜະລິດ ແລະ ຕະຫຼາດ ໃນໄວ່ໆນີ້. ກອງປະຊຸມດັ່ງກ່າວ ແມ່ນໂດຍໄດ້ຮັບການສະໜັບສະໜູນຈາກ ທະນາຄານ ພັດທະນາອາຊີ ADB

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword