ກອງປະຊຸມໃນວາລະການປຶກສາຫາລືຂອງເຈົ້າຫນ້າທີ່ເສດຖະກິດອາວຸໂສອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ ຄັ້ງທີ 41

ກອງປະຊຸມໃນວາລະການປຶກສາຫາລືຂອງເຈົ້າຫນ້າທີ່ເສດຖະກິດອາວຸໂສອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ ຄັ້ງທີ 41

ໃນວັນທີ 13 ກໍລະກົດ 2024, ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທັງເປັນປະທານສະພາທຸລະກິດເອເຊຍຕະເວັນອອກ (East Asia Business Council-EABC) 2024

ແລະ ທ່ານ Gihyun Kim, ຮອງປະທານສະພາການຄ້າ ສ. ເກົາຫລີ, ປະທານຮ່ວມ ສະພາທຸລະກິດເອເຊຍຕະເວັນອອກ (East Asia Business Council-EABC) 2024 ພ້ອມດ້ວຍຄະນະຈຳນວນ 6 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມໃນວາລະການປຶກສາຫາລືຂອງເຈົ້າຫນ້າທີ່ເສດຖະກິດອາວຸໂສອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ ຄັ້ງທີ 41 ເຊິ່ງໄດ້ຈັດຂື້ນຄຽງຄູ່ກັບກອງປະຊຸມເຈົ້າຫນ້າທີ່ເສດຖະກິດອາວຸໂສອາຊຽນ, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 3/55 ແລະ ກອງປະຊຸມປີ່ນອ້ອມຕ່າງໆ ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 9-14 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ.

ເຊິ່ງຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານ ແລະ ນຳສະເໜີຂໍ້ສະເໜີແຜນງານຕ່າງໆ, ກິດຈະກຳປິ່ນອ້ອມທີ່ ສະພາທຸລະກິດເອເຊຍຕະເວັນອອກ (East Asia Business Council-EABC) ໄດ້ຈັດຕັ້ງປະຕິບັດ ແລະ ແຜນວຽກຈັດຕັ້ງປະຕິບັດໃນໄລຍະປີ 2024 ໂດຍສະເພາະດ້ານການຈັດຕັ້ງປະຕິບັດການນຳໃຊ້ສັນຍາກອບ ຂອງ RCEP ຂອງບັນດາທຸລະກິດທີ່ນຳໃຊ້ຟອມດັ່ງກ່າວ ພ້ອມດ້ວຍການດຳເນີນເຮັດການສຳຫລວດຄວາມຮັບຮູ້ດ້ານການນຳໃຊ້ຟອມເເຈ້ງເເລ່ງກຳເນີດສິນຄ້າຂອງກອບ RCEP ພ້ອມດຽວກັນນີ້ຄະນະຍັງໄດ້ລາຍງານການສົ່ງເສີມດ້ານຈັດຕັ້ງປະຕິບັດ ASEAN Tariff Finder to Businesses ເພື່ອໃຫ້ພາກທຸລະກິດສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ແລະ ຜົນປະໂຫຍດສູງສຸດເພື່ອສົ່ງອອກຜະລິດຕະພັນຂອງບັນດາປະເທດອາຊຽນ ແລະ ຄູ່ຮ່ວມເຈລະຈາອາຊຽນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword