ກອງປະຊຸມສະຫລຸບລາຍງານ ການຈັດຕັ້ງປະຕິບັດໂຄງການ ແລະ ພິທີສະເຫລີມສະຫລອງ ຜົນສໍາເລັດ ຂອງໂຄງການ SUSTOUR Laos
ກອງປະຊຸມສະຫລຸບລາຍງານ ການຈັດຕັ້ງປະຕິບັດໂຄງການ ແລະ ພິທີສະເຫລີມສະຫລອງ ຜົນສໍາເລັດ ຂອງໂຄງການ SUSTOUR Laos, ໃນວັນທີ 16 ກໍລະກົດ 2024, ທີ່ນະຄອນຫຼວງວຽງຈັນ
ທ່ານ ນ. ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດເຂົ້າເປັນປະທານຮ່ວມ ໃນພິທີປິດໂຄງການ SUSTOUR ລາວ, ມີບັນດາແຂກຜູ້ຕາງໜ້າຂອງຄູ່ຮ່ວມໂຄງການ SUSTOUR ລາວ, ພາກສ່ວນກ່ຽວຂ້ອງຫຼັກ, ຜູ້ໄດ້ຮັບຜົນປະໂຫຍດ, ຜູ້ໃຫ້ທຶນ ລວມທັງຈາກກະຊວງອຸດສາຫະກຳ ແລະ ການຄ້າ (MoIC), ສະຫະພາບເອີຣົບ, ອົງການແພລນສາກົນ ປະຈຳ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ສູນການທ່ອງທ່ຽວແບບນິເວດ ແລະ ກະເສດຂອງເອີຣົບ (ECEAT) ແລະ ນັກທຸລະກິດທ່ອງທ່ຽວທ້ອງຖິ່ນໄດ້ເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງຜົນສຳເລັດໂຄງການ ແລະ ສະຫຼຸບການປິດໂຄງການ SUSTOUR ລາວ.
ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” (SUSTOUR Laos) ນີ້ ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດໂດຍ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ອົງການແພຮນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີລົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT) ເພື່ອແນ່ໃສ່ການສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ ເຊິ່ງເຮັດໃຫ້ກຸ່ມຜູ້ອຸປະໂພກບໍລິໂພກ, ຜູ້ໃຊ້ບໍລິການ ໂດຍສະເພາະແມ່ນ ກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາທຸລະກິດການທ່ອງທ່ຽວໃນສາກົນ ຮັບຮູ້ຜົນປະໂຫຍດ ແລະ ຢາກສະໜັບສະໜູນການທ່ອງທ່ຽວແບບຍືນຍົງດັ່ງກ່າວທີ່ຈະກາຍເປັນຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ການຈັັດຕັ້ງປະຕິບັດໂຄງການໄດ້ດໍາເນີນມາເປັນເວລາ 2 ປີ ກ່ວາ ເພື່ອໃຫ້ທຸລະກິດໄດ້ຮັບການຢັ້ງຢືນ ມາດຕະຖານ “ລາວຍືນຍາວ” ແລະ “ທຣາເວວໄລຟ໌” ເຊິ່ງໄດ້ດໍາເນີນການຈັດຕັ້ງປະຕິບັດໂຄງການຢູ່ໃນ 3 ແຂວງເປົ້າຫມາຍ ກໍ່ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫລວງພະບາງ.
ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” (SUSTOUR Laos) ແມ່ນໃກ້ຈະສີ້ນສຸດລົງແລ້ວ, ໂດຍພາຍໃຕ້ການມອບຫມາຍຂອງກະຊວງອູດສາຫະກໍາ ແລະ ການຄ້າ ກໍ່ຄືກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນການດໍາເນີນ ແລະ ຈັດຕັ້ງປະຕິບັດໂຄງການຮ່ວມກັບອົງການແພຮນ ສາກົນ ປະຈໍາ ສປປ ລາວ, ສອຄຊ ເຮົາໄດ້ມີການຈັດຕັ້ງປະຕິບັດໃນຫລາກຫລາຍກິດຈະກໍາ ດ້ວຍກັນ ເພື່ອສົ່ງເສີມບັນດາຜູ້ປະກອບການທີ່ນອນຢູ່ໃນຂະແຫນງການທ່ອງທ່ຽວ ທີ່ສາມາດສະຫລຸບ ແລະ ຕີລາຄາຜົນສໍາເລັດໄດ້ດັ່ງນີ້:
ການເຜີຍເຜີຍ, ການຈັດຝືກອົບຮົມ ແລະ ການໃຫ້ຄໍາແນະນໍາ ກ່ຽວກັບວຽກງານການຢັ້ງຢືນ ລາວຍືນຍາວ ແລະ ທຣາເວວໄລຟ໌ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ” ກໍ່ຄື: 4 ຂະແຫນງການບູລິມະສິດ 1) ການບໍລິການຂົນສົ່ງ, 2) ອາຫານ ແລະ ເຄື່ອງດື່ມ, 3) ເຄື່ອງຫັດຖະກໍາ ແລະ ເຄື່ອງທີ່ລະນຶກ ແລະ 4) ການທ່ອງທ່ຽວເຊິງວັດທະນາທໍາ ສໍາລັບມາດຕະຖານຄວາມຍືນຍົງຂອງແຜນງານ “ລາວຍືນຍາວ” ແລະ ການຢັ້ງຢືນມາດຕະຖານ “ທຣາເວວໄລຟ໌” ແມ່ນມີ 2 ຂະແຫນງການຄື: ໂຮງແຮມ ແລະ ບໍລິສັດທ່ອງທ່ຽວ ເພື່ອເປັນການຍົກລະດັບມາດຖະມານສໍາລັບຜູ້ປະກອບການ ໃຫ້ກ້າວໄປສູ່ມາດຕະຖານສາກົນໄດ້ເທື່ອລະກ້າວ.
ເຊີ່ງໃນໄລຍະການຈັດຕັ້ງປະຕິບັດໂຄງການ ມີຜູ້ປະກອບການ ທີ່ສົນໃຈສະຫມັກເຂົ້າຮ່ວມໂຄງການ ເພື່ອໄດ້ຮັບການຢັ້ງຢືນມາດຕະຖານ “ລາວຍືນຍາວ” ທັງຫມົດຈໍານວນ 294 ຫົວຫນ່ວຍ. ແລະ ໃນປະຈູບັນໄດ້ຮັບການຢັ້ງຢືນຈາກແຜນງານ “ລາວຍືນຍາວ” ທັງຫມົດ 62 ຫົວຫນ່ວຍ ທີ່ນອນຢູ່ໃນ 3 ແຂວງ ເປົ້າຫມາຍຂອງໂຄງການ. ສໍາລັບການຢັ້ງຢືນ ມາດຕະຖານ “ທຣາເວວໄລຟ໌” ແມ່ນມີ 27 ຫົວໜ່ວຍທຸລະກິດທີ່ໄດ້ຮັບການຢັ້ງຢືນ ເຊິ່ງໃນນັ້ນມີ 18 ຫົວໜວ່ຍທຸລະກິດທີ່ເປັນໂຮງແຮມ ແລະ 9 ຫົວໜ່ວຍທຸລະກິດທີ່ເປັນບໍລິສັດທ່ອງທ່ຽວ ເຊີ່ງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຜູ້ປະກອບການມີການບໍລິຫານຈັດການທີ່ມີປະສິດຕິພາບ ແລະ ລວມໄປເຖີງການສ້າງຄວາມເຂົ້າໃຈໃນການເຮັດດໍາເນີນທູລະກິດທີ່ມີຄວາມຍືນຍົ້ງຫລາຍຂື້ນ.
ນອກຈາກນັ້ນ, ໂຄງການໄດ້ຊ່ວຍສ້າງແຜນງານ “ລາວຍືນຍາວ” ໃຫ້ແກ່ ສຄອຊ ໂດຍການສ້າງບັນດາເງື່ອນໄຂມາດຕະຖານຕ່າງໆ ພ້ອມທັງໃຫ້ການສະຫນັບການຈັດຕັ້ງການຢັ້ງຢືນມາດຕະຖານ “ທຣາເວວໄລຟ໌” ໃຫ້ແກ່ຜູ້ປະກອບການຄ່ຽງຄູ່ກັນ, ໂຄງການຍັງສ້າງຄວາມເຂັ້ມແຂງທາງດ້ານບຸກຄາລາກອນ ໂດຍການຊ່ວຍຝຶກອົບຮົມໃນການສ້າງບັນດາຄູຝຶກ ແລະ ຜູ້ປະເມີນ ກ່ຽວກັບມາດຕະຖານ “ລາວຍືນຍາວ”, ເຊິ່ງໄດ້ມີການເຊື້ອເຊີນເອົາບັນດາຊ່ຽວຊານທີ່ມີຄວາມຮູ້ ແລະ ປະສົບການທີ່ຕິດພັນກັບວຽກງານທ່ອງທ່ຽວ ມາໃຫ້ຄຳແນະນຳເພື່ອຍົກລະດັບຄວາມຮູ້ດ້ານມາດຕະຖານທ່ອງທ່ຽວພາຍໃນ ແລະ ສາກົນ, ລວມເຖິງການເຊື້ອເຊີນເຂົ້າຮ່ວມກອງປະຊູມທີ່ຕິດພັນວຽກງານກາສົ່ງເສີມທີ່ສໍາຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເຊີ່ງຊ່ວຍໃນການສ້າງຄວາມຮັບຮູ້, ແລກປ່ຽນຂໍ້ມູນຂ່າວສານດ້ານວີທີການບໍລິຫານ ແລະ ການຈັດການມາດຕະຖານຕ່າງໆ. ພ້ອມນັ໊ນ ໂຄງການຍັງໄດ້ມີເຮັດການໂຄສະນາ, ການຕະຫລາດ ແລະ ປະຊາສໍາພັນ ທີ່ຕິດພັນການສ້າງຄວາມຍືນຍົ້ງຂອງຂະແຫນງທີ່ປີ່ນອ້ອມການທ່ອງທ່ຽວ ຜ່ານວາລະສານຕ່າງໆ, ເຟດບຸກ ແລະ ສືີໂຄສະນາຕ່າງໆ ແລະ ຍັງຊ່ວຍພັດທະນາ ເວັບໄຊ Lasting Laos ເພື່ອໃຫ້ສາມາດສະໜອງຂໍ້ມູນການທ່ອງທ່ຽວແບບຢືນຍົງ ລວມເຖິງລະບົບການລົງທະບຽນແບບອອນລາຍອີກດ້ວຍ ເຊີ່ງຈະເປັນການສ້າງສີ່ງອໍານວຍຄວາມສະດວກໃນການເຂົ້າເຖີງຂໍ້ມູນຂອງຜູ້ໄດ້ຮັບການຢັ້ງຢືນແບບຍືນຍົ້ງ ແລະ ຂໍ້ມູນຂອງການພັດທະນາການທ່ອງທ່ຽວແບບຍືນຍົງ.


