ການສ້າງແຜນທຸລະກິດ, ແຜນການເງິນ ແລະ ບັນຊີເງິນສົດ

ການສ້າງແຜນທຸລະກິດ, ແຜນການເງິນ ແລະ ບັນຊີເງິນສົດ

Start date: 12/08/2024 - End date: 17/08/2024

Time: 08.30-16.00

Location: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່

|

ເພີ່ມໂອກາດໃຫ້ທຸລະກິດຂອງທ່ານກ້າວສູ່ຄວາມສໍາເລັດ!
ຂໍເຊີນຫົວໜ່ວຍທຸລະກິດເຂົ້າຮ່ວມງານຝຶກອົບຮົມ #BFLກ້າວໜ້າ ຄັ້ງທີ VI ພາຍໃຕ້ຫົວຂໍ້

“ການສ້າງແຜນທຸລະກິດ, ແຜນການເງິນ ແລະ ບັນຊີເງິນສົດ” ເຊິ່ງມີຈຸດປະສົງ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດວາງແຜນ, ວິເຄາະແຜນທຸລະກິດ ແລະ ການເງິນຂອງຕົນເອງໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນໍາໃຊ້ໃນການດໍາເນີນທຸລະກິດຂອງຕົນເອງຢ່າງຄ່ອງຕົວ, ຫາທາງອອກໃຫ້ເໝາະສົມ ແລະ ກຽມການເຂົ້າຫາແຫຼ່ງທຶນກູ້ຢືມຕາມຄວາມສາມາດຂອງທຸລະກິດ.
.
ລາຍລະອຽດຂອງການຝຶກອົບຮົມ:
ວັນທີ: 12 – 17 ສິງຫາ 2024
– ວັນທີ 12-14 ສິງຫາ 2024, ເວລາ: 8.30 – 16.30 – ຝຶກອົບຮົມສ້າງແຜນທຸລະກິດ-ແຜນການເງິນ
– 15 ຫຼື 16 ສິງຫາ 2024 – ຮັບຄໍາປຶກສາແບບສ່ວນຕົວ 1 ຊົ່ວໂມງ
– 17 ສິງຫາ 2024 – ຝຶກນໍາໃຊ້ໂປຣແກມບັນຊີເງິນສົດ ເຄິ່ງມື້ (ໃຊ້ໂປຣແກມຟຣີ 3 ເດືອນ)
📌ສະຖານທີ່: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່ – ຊັ້ນ 6 (ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ)
💸ຄ່າທໍານຽມ: ຟຣີ (ລວມອາຫານທ່ຽງ ແລະ ກາເຟສໍາລັບ 3 ວັນ)
*ການຝຶກອົບຮົມຈະດໍາເນີນເປັນພາສາລາວ
✔ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການຝຶກອົບຮົມ, ທ່ານສາມາດລົງທະບຽນ ດ້ວຍການສະແກນຄິວອາໂຄດໃນໂພສເຕີ ຫຼື ກົດລິ້ງທີ່ຂ້າງລຸ່ມນີ້:
ຫຼື ທີ່ເບີ +85620 58296051 (whatapp)
.
ສໍາລັບຜູ້ທີ່ມີຄໍາຖາມເພີ່ມຕື່ມສໍາລັບການຝຶກອົບຮົມ, ທ່ານສາມາດຕິດຕໍ່ຫາທີມງານຂອງພວກເຮົາໄດ້ທີ່: +85620 020 58296051

Enter your keyword