ງານວາງສະແດງ ຈີນ- ອາຊີໃຕ້ (China – South Asia )ຄັ້ງທີ 8 ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຄຸນໝິງ (The China Import & Export Fair, Kunming)ຄັ້ງທີ 28

ງານວາງສະແດງ ຈີນ- ອາຊີໃຕ້ (China – South Asia )ຄັ້ງທີ 8 ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຄຸນໝິງ (The China Import & Export Fair, Kunming)ຄັ້ງທີ 28

ງານວາງສະແດງ ຈີນ- ອາຊີໃຕ້ (China – South Asia )ຄັ້ງທີ 8 ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຄຸນໝິງ (The China Import & Export Fair, Kunming)ຄັ້ງທີ 28 ໄດ້ຈັດຂື້ນລະຫວ່າງວັນທີ 23-28 ກໍລະກົດ 2024,

ເຊິ່ງ ຄະນະການນໍາ ສປປ ລາວ ເຂົ້າຮ່ວມງານໃນຄັ້ງນີ້ ນໍາໂດຍ ພະນະທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ເຊັ່ນ: ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງການຕ່າງປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ອື່ນໆ. ສຳລັບ ຄະນະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແມ່ນ ນໍາໂດຍ ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ, ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ ແລະ ຄະນະທຸລະກິດຈຳນວນໜື່ງເຂົ້າຮ່ວມ.
ອີງຕາມການຊີ້ນໍາຢ່າງໃກ້ຊິດຈາກລັດຖະບານ, ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ເນື່ອງ ຈາກສະພາບເສດຖະກິດທີ່ກຳລັງຟື້ນໂຕ ຂອງ ສປປ ລາວ, ສຄອຊ ໄດ້ສະເໜີການຈັບຈອງຫ້ອງວາງສະແດງຈຳນວນໜື່ງ ແລະ ຄະນະຈັດງານດັ່ງກ່າວກໍ່ໄດ້ສະໜອງຫ້ອງວາງສະແດງ ໃຫ້ແກ່ ສປປ ລາວ ທັງໝົດ ຈຳນວນ 42 ຫ້ອງ, ເຊິ່ງເພີ່ມຂື້ນຈາກປີ 2023 ຫລາຍສົມຄວນທີ່ມີພຽງ 26 ຫ້ອງ, ຫ້ອງວາງສະແດງຂອງ ສປປ ລາວ ແມ່ນຢູ່ໃນພາວິນລຽນ ບັນດາປະເທດອາຊີຕາເວັນອອກສຽງໃຕ້, ເຊິ່ງງານໃນຄັ້ງນີ້ ມີ ຫົວໜ່ວຍທຸລະກິດລາວເຂົ້າຮ່ວມ 18 ຫົວໜ່ວຍທຸລະກິດ ເຊິ່ງລວມມີ ຂະແໜງເຟີນີເຈີໄມ້ ແລະ ໄມ້ແກະສະຫຼັກ 08 ບໍລິສັດ
ຂະແໜງຂົນສົງ (ໂຄສະນາ) 01 ບໍລິສັດ
ຂະແໜງຫັດຖະກຳ ຈິວເວີລີ 03 ບໍລິສັດ
ຂະແໜງອາຫານເຄື່ອງດື່ມ 04 ບໍລິສັດ
ຂະແໜງຫັດຖະກຳ 02 ບໍລິສັດ
ມູນຄ່າສິນຄ້າຂອງນັກທຸລະກິດທີ່ເອົາໄປວາງສະແດງໃນຄັ້ງນີ້ລວມມູນຄ່າຕາມ INVOICE ມີ:
ຜະລິດຕະພັນເຟີນິເຈີ້ ແລະ ໄມ້ແກະສະຫຼັກ 587,690 ໂດລາ
ຜະລິດຕະພັນຫັດຖະກຳ 20,050 ໂດລາ
ຜະລິດຕະພັນເຄື່ອງເງິນ,ເຄື່ອງປະດັບ 6,000 ໂດລາ
ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ 99,720 ໂດລາ
ລວມມູນຄ່າໃນລາຍການສິນຄ້າທັງໝົດມີ 713,460 ໂດລາ
ງານວາງສະແດງດັ່ງກ່າວແມ່ນເປັນເວທີໜື່ງ ທີ່ມີຄວາມໝາຍຄວາມສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງ ສປ ຈີນ ກັບ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ບັນດາປະເທດອາຊີໃຕ້, ໂດຍສະເພາະແມ່ນການໂຄສະນາແລະ ຈໍາຫນ່າຍສິນຄ້າໃນຕະຫຼາດ ສປ ຈີນ ແລະ ສາກົນ.

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more

Enter your keyword