ກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II

ກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II, ໃນວັນທີ 23 ສິງຫາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໃນກອງປະຊຸມ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ບຸນເລີດ ຫລວງປະເສີດ ຮອງເລຂາໜ່ວຍພັກ ສຄອຊ , ສະຫາຍ ປອ ນາງ ວາລີ ເວດສະພົງ ປະທານ ຊີ້ນຳ ໜ່ວຍແມ່ຍິງ ສຄອຊ, ສະຫາຍ ທ່ານ ນາງ ວົງປະດິດ ວົງສະຫວາດ, ຄະນະບໍລິຫານ ສະຫະພັນແມ່ຍີງ ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ສະຫາຍ ທ່ານ ນາງ ດາວວະດີງ ພິລະໄຊພິທັກ ຫົວໜ້າໜ່ວຍແມ່ຍີງ ສຄອຊ, ພ້ອມທັງ ຕາງໜ້າຄະນະໜ່ວຍພັກ, ໜ່ວຍກຳມະບານ ແລະ ໜ່ວຍຊາວໜຸມ ສຄອຊ, ຕາງໜ້າຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາກຸ່ມ ແລະ ສະມາຄົມ ອ້ອມຂ້າງ ສຄອຊ, ບັນດາ ສະມາຊິກໜ່ວຍແມ່ຍິງ ສຄອຊ
ໃນກອງປະຊຸມໄດ້ມີລາຍງານການເມືອງ ສະຫຼຸບຕີລາຄາການຊີ້ນຳໆພາ ແລະ ການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງ ຕະຫຼອດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງ ໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II ,ຜ່ານການປ່ອນບັດເລືອກຕັ້ງໄດ້ຕົກລົງເຫັນດີເປັນເອກະພາບຄືດັ່ງນີ້:
ຫົວໜ້າຫນ່ວຍ ແລະ ຄະນະ ຈຳນວນ 05 ສະຫາຍ, ເຊິງມີລາຍລະອຽດດັ່ງລຸ່ມນີ້:
ສະຫາຍ ນາງ ສຸພາພອນ ຄຳແສນນາມ ເປັນຫົວໜ້າໜ່ວຍ
ສະຫາຍ ນາງ ພອນນາລີ ແກ້ວວິທຳ ເປັນຮອງຫົວໜ້າໜ່ວຍ
ສະຫາຍ ນາງ ກີ່ນພະກອນ ຫຍຸຍວະນິດສະວົງ ເປັນຮອງຫົວໜ້າໜ່ວຍ
ສະຫາຍ ນາງ ພິໄລຮັກ ໂພທິສານ ເປັນຮອງຫົວໜ້າໜ່ວຍ
ສະຫາຍ ນາງ ອຳມະລີນ ດວງສະຫວັນ ເປັນຮອງຫົວໜ້າໜ່ວຍ
ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງ.

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more

Enter your keyword