ບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ໃນວັນທີ 26 ສິງຫາ 2024 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

(ASEAN Business and Investment Summit 2024) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ. ໃຫ້ກຽດລົງນາມເຊັນສັນຍາດັ່ງກ່າວໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ, ປະທານບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ. ເຊິ່ງເປັນຈໍານວນເງິນທັງຫມົດ 250,000,000 ກີບ (ສອງຮ້ອຍຫ້າສິບລ້ານກີບຖ້ວນ)
ການສະໜັບສະໜູນໃນຄັ້ງນີ້ແມ່ນເພື່ອເປັນການຜັກດັນຊຸກຍູ້ດ້ານການຈັດຕັ້ງປະຕິບັດແຜນງານຕະຫລອດໄລຍະການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ຂອງ ສປປ ລາວ ກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ຕາງຫນ້າໃຫ້ກັບອົງກອນພາກທຸລະກິດໃນການເປັນປະທານຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ພ້ອມທັງເປັນການສ້າງສາຍສໍາພັນອັນດີ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ໃນການສົ່ງເສີມ ແລະ ເສີມຂະຫຍາຍດ້ານການຮ່ວມມື, ມີສ່ວນຮ່ວມເຊິ່ງກັນ ແລະ ກັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເສີມສ້າງຄວາມເຂັ້ມເເຂງໃຫ້ແກ່ບັນດາທຸລະກິດລາວໃນການດຳເນີນທຸລະກິດທັງພາຍໃນ ແລະ ຮ່ວມມືກັບບັນດາປະເທດຕ່າງໆໃນລະດັບພາກພື້ນອີກດ້ວຍ. ເຊິ່ງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword