ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຂົ້າຮ່ວມງານພົບປະ ແລະ ເສີມສ້າງເຄືອຂ່າຍກັບນັກລົງທຶນຈາກຫົວໜ່ວຍທຸລະກິດຍີ່ປຸ່ນ

ທ່ານ ໂຄອິຊີມີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງເສີມສ້າງເຄືອຂ່າຍ ລະຫວ່າງນັກລົງທຶນຂຶ້ນ ໃນວັນທີ 26 ສິງຫາ ທີ່ບ້ານພັກທ່ານທູດ ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມເປົ້າໝາຍການມາເຄື່ອນໄຫວຂອງກຸ່ມ ນັກລົງທຶນຍີ່ປຸ່ນ ໃນຂະແໜງອຸດສາຫະກຳການຜະລິດທີ່ສະໜັບສະໜູນໂດຍອົງການ JETRO (ອົງການສົ່ງເສີມການຄ້າຍີ່ປຸ່ນ). ເປັນກຽດໃນພິທີມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຮອງລັດຖະມົນຕີ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ວິຊາການເຂົ້າຮ່ວມ.
ປັດຈຸບັນການສົ່ງເສີມການລົງທຶນຈາກຕ່າງປະເທດແມ່ນນະໂຍບາຍເສດຖະກິດທີ່ເປັນບຸລິມະສິດໜຶ່ງ ຂອງລັດຖະບານລາວ ຊຶ່ງຈໍານວນບໍລິສັດຍີ່ປຸ່ນທີ່ໃຫ້ຄວາມສົນໃຈ ແລະ ຊອກຫາໂອກາດໃນການດໍາເນີນທຸລະກິດດ້ານການຜະລິດ, ຂົນສົ່ງ, ກະສິກຳ ແລະ ອຸດສາຫະກຳອື່ນໆທີ່ກ່ຽວຂ້ອງໃນປະເທດລາວ ແມ່ນກຳລັງມີທ່າອ່ຽງເພີ່ມຫຼາຍຂຶ້ນ.
ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ການຈັດງານຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ທີ່ມີມູນເຊື້ອທີ່ມີມາແລ້ວນັ້ນ ໃຫ້ນັບມື້ດີຂຶ້ນ. ໂອກາດທ່າແຮງທີ່ໜ້າສົນໃຈດຶງດູດນັກລົງທຶນໃນ ສປປ ລາວ ຍ້ອນວ່າປະເທດລາວ ມີສະຖຽນລະພາບທາງດ້ານການເມືອງ, ເປັນປະເທດທີ່ມີແຮງງານໜຸ່ມ, ເປັນປະເທດທີ່ມີທີ່ຕັ້ງຕິດກັບບັນດາປະເທດທີ່ມີພົນລະເມືອງຫຼາຍ ເປັນຕົ້ນ ສປ ຈີນ, ຫວຽດນາມ, ຣາຊະອານາຈັກໄທ ແລະ ປະເທດອື່ນໆ. ພ້ອມກັນນັ້ນ ໃນເງື່ອນໄຂ ການເຊື່ອມໂຍງພາກພື້ນ-ສາກົນ ໂດຍສະເພາະ ແມ່ນການເຊື່ອມໂຍງເສດຖະກິດ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ມາຮອດປັດຈຸບັນ ສປປ ລາວ ເປັນປະເທດທີ່ມີໂອກາດ ໃນການດຶງດູດເອົາການລົງທຶນຫຼາຍຂຶ້ນຕື່ມ ແລະ ເພື່ອສືບຕໍ່ດຶງດູດນັກລົງທຶນ ເຂົ້າມາລົງທຶນ ໃນ ສປປ ລາວ ລັດຖະບານ ໄດ້ຄົ້ນຄວ້າ, ປັບປຸງກົດໝາຍ ວ່າດ້ວຍການລົງທຶນໃນປີ 2024 ຊຶ່ງສະພາແຫ່ງຊາດ ກໍໄດ້ຮັບຮອງແລ້ວ ແລະ ວຽກງານອື່ນໆ. ງານພົບປະລະຫວ່າງນັກລົງທຶນທີ່ຈັດໂດຍອົງການ JETRO ທີ່ປະເທດລາວໃນຄັ້ງນີ້ນັບເປັນຄັ້ງທີ 4 ແລ້ວ ຫຼັງຈາກສະຖານະການ COVID-19 ໄດ້ຜ່ອນຄາຍລົງ. (ຂ່າວ: ເພຈປະຊາຊົນ)

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more

Enter your keyword