ປະທານ ສຄອຊ ພ້ອມດ້ວຍຄະນະ ເດີນທາງຕິດຕາມ ພະນະທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ

ປະທານ ສຄອຊ ພ້ອມດ້ວຍຄະນະ ເດີນທາງຕິດຕາມ ພະນະທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ພ້ອມດ້ວຍຄະນະ ແລະ ນັກທຸລະກິດ ຈຳນວນ 28 ທ່ານ ເດີນທາງຕິດຕາມ ພະນະທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ເດີນທາງຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ທັນວາ 2024.
ໃນໂອກາດດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາການຄ້າກຳປູເຈຍ ຈັດກອງປະຊຸມພົບປະທຸລະກິດ ກຳປູເຈຍ-ລາວ (Cambodia-Laos Business Forum) ຂຶ້ນໃນວັນທີ 5 ທັນວາ 2024 ທີ່ ໂຮງແຮມ Sofitel Phnom Penh ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຄອຊ ແລະ ບັນດານັກທຸລະກິດຈາກຂະແໜງການຄ້າ, ນຳເຂົ້າ-ສົ່ງອອກ, ພະລັງານ-ບໍ່ແຮ່ ແລະ ທ່ອງທ່ຽວ,
ຝ່າຍກຳປູເຈຍນຳໂດຍ ພະນະທ່ານ Cham Nimul, ລັດຖະມົນຕີກະຊວງການຄ້າ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ແລະ ທ່ານ Oknha Sok Piseth, ຮອງປະທານ ສະພາການຄ້າກຳປູເຈຍ ພ້ອມດ້ວຍຄະນະ.
ຈຸດປະສົົງຂອງການຈັດງານໃນຄັ້ງນີ້ແມ່ນເພື່ອພົບປະ, ແລກປ່ຽນຂໍ້ມູນທາງດ້ານການຄ້າ ແລະ ຄວາມເປັນໄປໄດ້ໃນການຮ່ວມມືກັນລະຫວ່າງນັກທຸລະກິດທັງສອງຝ່າຍທາງດ້ານທຸລະກິດໃນຂະແໜງການຕ່າງໆເຊັ່ນ: ການຄ້າ, ພະລັງງານ, ທ່ອງທ່ຽວ ແລະ ນຳເຂົ້າ-ສົ່ງອອກ ລະຫວ່າງ 2 ປະເທດ ລາວ-ກຳປູເຈຍ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword