ສຄອຊ ຊຸກຍູ້ການລົງທຶນໂຄງການລ້ຽງປາດຸກມູນຄ່າ 200 ຕື້ກີບ.
ໃນວັນທີ 21 ກຸມພາ 2025, ຄະນະພັດທະນາທຸລະກິດກະສິກຳຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ແລະ ທະນາຄານນະໂຍບາຍ,
ໄດ້ລົງຢ້ຽມຢາມຊັບຈະເລີນຟາມ ທີ່ບ້ານນາຜາສຸກ ຫຼັກ 32 ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືການສ້າງໂຄງການລ້ຽງປາດຸກຂະໜາດໃຫຍ່.
ໂຄງການດັ່ງກ່າວມີມູນຄ່າການລົງທຶນຫຼາຍກວ່າ 200 ຕື້ກີບ, ຄາດວ່າຈະສາມາດຜະລິດປາດຸກໄດ້ຫຼາຍກວ່າ 9,000 ໂຕນຕໍ່ປີ ຄິດເປັນມູນຄ່າຫຼາຍກວ່າ 360 ຕື້ກີບ. ໂຄງການຈະຕ້ອງການລູກປາປະມານ 50 ລ້ານໂຕນຕໍ່ປີ ແລະ ຫົວອາຫານ 500,000 ເປົາຕໍ່ປີ ເພື່ອຮອງຮັບການຜະລິດ.
ປັດຈຸບັນ, ຄວາມຕ້ອງການປາດຸກໃນຕະຫຼາດນະຄອນຫຼວງວຽງຈັນມີຫຼາຍກວ່າ 20 ໂຕນຕໍ່ມື້, ແຕ່ທາງຜູ້ສະໜອງສາມາດສະໜອງໄດ້ພຽງແຕ່ 1 ໂຕນຕໍ່ມື້ເທົ່ານັ້ນ.

ໂຄງການນີ້ຖືເປັນການຍົກລະດັບການຜະລິດປາດຸກໃນລາວ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຊ່ວຍສ້າງລາຍຮັບໃຫ້ແກ່ຊາວກະສິກອນ.