ບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ) ຈຳກັດ ມອບເງິນສະໜັບສະໜູນ 60 ລ້ານກີບ ສົ່ງເສີມຄວາມເຂັ້ມແຂງໃຫ້ ສຄອຊ
ວັນທີ 27 ກຸມພາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ)
ຈຳກັດ ໄດ້ມອບເງິນສະໜັບສະໜູນຈຳນວນ 60,000,000 ກີບ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VIP ຂອງ ສຄອຊ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ຕາງໜ້າມອບເງິນສະໜັບສະໜູນໂດຍ ທ່ານ ວັດທະນາ ພາຣີສີ ຜູ້ອຳນວຍການ ໂຮງໝໍກະເສມລາດ ອິນເຕີເນຊັ່ນເເນລ ວຽງຈັນ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
