ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)
ທ່ານ ປະລິນຍາເອກ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນຜູ້ຊີ້ນຳໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປີດງານຢ່າງເປັນທາງການ ແລະ ໄດ້ຮັບກຽດເຂົ້າຮ່ວມງານຈາກ ທ່ານ. ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ມະນີວັນ ເຍຍປາວເຮີ ຮອງປະທານກໍາມາທິການວັດທະນາທໍາ ສັງຄົມແຫ່ງຊາດ, ກໍາມະການບໍລິຫານງານສູນກາງສະຫະພັນແມ່ຍິງລາວ,ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຫ່ງຊາດ, ທ່ານ. ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມທັງ ວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາແຂກຜູ້ມີກຽດຈາກອົງການຈັດຕັ້ງພາຍໃນ ແລະ ສາກົນຕ່າງໆ

ທ່ານ ປະລິນຍາເອກ ນາງ ວາລີ ເວດສະພົງ ໄດ້ກ່າວວ່າ: ການສົ່ງເສີມຜູ້ປະກອບການແມ່ຍິງ ກໍ່ຖືເປັນຫນ້າວຽກອັນສໍາຄັນອັນຫນື່ງ ທີ່ຈະຕ້ອງໄດ້ປະກອບສ່ວນສ້າງຄວາມຮູ້, ຄວາມສາມາດ ແລະ ປົກປ້ອງແມ່ຍິງໃນທຸລະກິດ ເພື່ອໃຫ້ກາຍເປັນຜູ້ປະກອບການທີ່ເປັນມືອາຊີບ ແລະ ສາມາດສ້າງອາຊິບໃຫ້ແກ່ຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຖືເປັນຕົວກະຕຸ້ນຫຼັກໃນການເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ການເຕີບໂຕຂອງການຜະລິດພາຍໃນ ແລະ ສະໜອງການຈ້າງງານ, ສ້າງວຽກເຮັດງານທໍາທີມີຄຸນຄ່າໃນ ສປປ ລາວ. ສະນັ້ນ, ການພັດທະນາຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ການຝຶກອົບຮົມ ໃນການເສີມສ້າງບົດບາດຍີງ-ຊາຍ ທີ່ຈະເປັນການສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ສາມາດນໍາພາວຽກງານ ຫລື ທຸລະກິດຂອງຕົນ ໄດ້ຢ່າງມີປະສີດທີຜົນ ແລະ ກ້າວເຂົ້າສູ່ຄວາມເປັນຜູ້ນໍາໃນອານາຄົດ.