ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13ໍ-14 ພືດສະພາ 2025, ທີ່ຫ້ອງປະຊຸມໂຮງແຮມຮູ່ງທິບ, ແຂວງສະຫວັນນະເຂດ.

ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າຮ່ວມເປັນປະທານຮ່ວມເປີດ ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13 – 14 ພືດສະພາ 2025, ທີ່ຫ້ອງປະຊຸມ ໂຮງແຮມຮູ່ງທິບ, ແຂວງສະຫວັນນະເຂດ, ໂດຍໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມຂອງ ທ່ານ ສາຍສະໝອນ ກວານເມືອງຈັນ, ຮອງປະທານ ສຄອ ແຂວງສະຫວັນນະເຂດ ພ້ອມຂະແໜ່ງການທຸລະກິດໃນແຂວງ ແລະ ຕ່າງແຂວງ ຂະແໜງການທຸລະກິດ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ແລະ ແຂວງຈຳປາສັກ, ຕ່າງໜ້າຈາກ ອົງການແຮງງານສາກົນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຫົວໜ່ວຍວິສາຫະກິດ, ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ຂັ້ນຕອນການກວດສອບສິດທິແຮງງານ, ແນວທາງການປະຕິບັດກ່ຽວກັບຄວາມປອດໄພ, ສຸຂະພາບແຮງງານ, ລະບົບບໍລິຫານຈັດການ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ໃນການກວດສອບ ແລະ ປົກປ້ອງສິດທິແຮງງານພ້ອມທັງຂະບວນການ ສ້າງຄວາມເຂົ້າໃຈກ່ຽວກັບຄວາມເຊື່ອມສານລະຫວ່າງການດຳເນີທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານຈັດການ, ຄວາມປອດໄພ ແລະ ສຸຂະພາບແຮງງານ. ນອກນັ້ນ, ກອງປະຊຸມຍັງຈະໄດ້ເຜີຍແຜ່ວຽກງານສະພາການຄ້າ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜ່ງທູລະກິດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more

ກອງປະຊຸມ ເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership

ກອງປະຊຸມ ເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership

ໃນລະຫວ່າງວັນທີ 13-14 ພືດສະພາ 2025 ທີ່ຫ້ອງປະຊຸມ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ສະເຫຼີມໄຊ ທ່ຽງທຳ, ຄະນະບໍລິຫານງານ ສະພາການຄ້າ ແລະ…Read more
ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13ໍ-14 ພືດສະພາ 2025,…Read more

Enter your keyword