ກອງປະຊຸມ ເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership

ໃນລະຫວ່າງວັນທີ 13-14 ພືດສະພາ 2025 ທີ່ຫ້ອງປະຊຸມ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ.
ທ່ານ ສະເຫຼີມໄຊ ທ່ຽງທຳ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າເປັນປະທານຮ່ວມກອງປະຊຸມ ເຜີຍແຜ່

ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP, ໃນວັນທີ 13 ພືດສະພາ 2025 ທີ່ຫ້ອງປະຊຸມ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ, ໂດຍ ໃຫ້ກຽດເປັນປະທານໂດຍ ທ່ານ ກິນດາວົງ ຫຼວງລາດ, ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ, ທ່ານ ວຽງອາຄອນ ສູລິໂຍ, ປະທານສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ຫ້ອງການປະສານງານ ອົງການຈັດຕັ້ງທາງສັງຄົມລາວ, ພ້ອມກັນນັ້ນ ກໍ່ຍັງມີບັນດາຕ່າງໜ້າ ຂະແໜງການທຸລະກິດ, ກົມ, ພະແນກການທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນເຂົ້າຮ່ວມ ແລະ ຕ່າງໜ້າຈາກສາມພາກສ່ວນເຂົ້າຮ່ວມ
ຈຸດປະສົງຂອງກອງປະຊຸມເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership , ການຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້້ ແມ່ນເປັນວຽກງານຂອງກົນໄກສາມຝ່າຍໃນການຮ່ວມກັນຈັດຕັ້ງປະຕິບັດກິດຈະກຳ ເຊັ່ນ, ກົມສັງຄົມສົງເຄາະ, ກະຊວງ ຮສສ, ສຄອຊ ແລະ ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ. ນອກນັ້ນ, ເຜີຍແຜ່ກ່ຽວກັບກົນໄກການປະສານງານ ການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ໂດຍອີງໃສ່ ຄະນະ LDPP ແລະ ກົນໄກການຕອບໂຕ້ໄພພິບັດສາມຝ່າຍ ໂດຍ ອີງໃສ່ TOR ແລະ ກົນໄກ ຂອງ LDPP ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more

ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13ໍ-14 ພືດສະພາ 2025,…Read more

Enter your keyword