ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ
ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ
ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ, ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ
ຕາງໜ້າມອບເງິນສະໜັບສະໜັບສະໜູນໂດຍ ທ່ານ ເສິນ ສ່ຽງ, ປະທານ ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.