ກອງປະຊຸມ 2025 China (Guangdong) – ASEAN Trade Promotion and Supply Chain Cooperation Mechanism Development Coordination & Exchange Conference.
ນະຄອນກວາງໂຈ, ສປ ຈີນ, ໃນວັນທີ 10 ມີຖຸນາ 2025 ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມ 2025 China(Guangdong) – ASEAN Trade Promotion and Supply Chain Cooperation Mechanism Development Coordination & Exchange Conference.
ໃນໂອກາດຄັ້ງນີ້, ທ່ານ ທະນູສອນ ພົນອາມາດ ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍຕໍ່ສະພາສົ່ງເສີມການຄ້າ ແຂວງກວາງຕົງ ແລະ ຄະນະການນຳຂັ້ນແຂວງໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວາງ ເວີ້ຍຈົງ, ເຈົ້າແຂວງ ແຂວງກວາງຕົງ, ຮອງເຈົ້າແຂວງ ແລະ ມີຜູ້ເຂົ້າຮ່ວມຕາງໜ້າຈາກລັດຖະບານອາຊຽນ ແລະ ພາກທຸລະກິດ 600 ທ່ານ ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມ ເຊີ່ງຈະເປັນບາດກ້າວບຸກທະລຸໃນການສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືນຳອາຊຽນໂດຍສະເພາະເເນ່ໃສ່ການແລກປ່ຽນຮ່ວມມືທາງດ້ານການຄ້າ-ການລົງທືນ ລະຫວ່າງ ແຂວງກວາງຕົງ ແລະ ບັນດາປະເທດອາຊຽນ, ການແລກປ່ຽນການຄ້າອີຄອມເມດຂ້າມຊາຍແດນອາຊຽນ, ເພື່ອເນັ້ນໃສ່ການພັດທະນາສົ່ງເສີມການຄ້າໃຫ້ມີການຂະຫຍາຍການພົວພັນຮ່ວມມືຮອບດ້ານ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນຂະນະດຽວກັນ, ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍສະເເດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການເຂົ້າຮ່ວມລົງນາມເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ສະພາສົ່ງເສີມການຄ້າ ແຂວງກວາງຕົງ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອເພີ່ມທະວີການຮ່ວມມືເຊີ່ງກັນແລະກັນທາງດ້ານເສດຖະກິດ-ການຄ້າ, ການພັດທະນາທາງດ້ານສັງຄົມຂອງທັ້ງສອງຝ່າຍ ອີງໃສ່ພື້ນຖານໂດຍຕ່າງຝ່າຍໄດ້ຮັບຜົົນປະໂຫຍດຕາມຂໍ້ຕົກລົງຮ່ວມມືກັນ.
