ກອງປະຊຸມເຜີຍແຜ່ ກ່ຽວກັບ ການບໍລິຫານຈັດການ ການສົ່ງອອກ ສູ່ ສປ ຈີນ ສຳລັບຜູ້ປະກອບການລາວ
ນະຄອນຫລວງວຽງຈັນ, ໃນວັນທີ 16 ມິຖຸນາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ເຜີຍແຜ່ ກ່ຽວກັບ ການບໍລິຫານຈັດການ
ການສົ່ງອອກ ສູ່ ສປ ຈີນ ສຳລັບຜູ້ປະກອບການລາວ “Export Management Coaching to CHINA for Lao Enterprises” ໃຫ້ກຽດ ເປັນປະທານໃນກອງປະຊຸມໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ທ່ານ ນາງ ຂັນແກ້ວ ມູນວົງ ຜູ້ປະສານງານໂຄງການ ສູນການຄ້າສາກົນ International Trade Centre (ITC)
ເຊິ່ງຈຸດປະສົ່ງຂອງກອງປະຊຸມ ແມ່ນເພື່ອໃຫ້ຄໍາປຶກສາ ແລະ ຈັດຕັ້ງການຝຶກອົບຮົມໃຫ້ແກ່ ບັນດາຫົວໝ່ວຍທຸລະກິດ ທີ່ສົນໃຈໃນການປັບປຸງ ມາດຖານ-ຄຸນນະພາບ ຂອງຜະລິດຕະພັນ, ຮັບປະກັນຄຸນນະພາບ ແລະ ສະໜອງໄດ້ຕາມເງຶ່ອນໄຂດ້ານ ມາດຕະຖານ ຄຸນນະພາບ ແລະ ເອກະສານການສົ່ງອອກ ຂອງ ສປ ຈີນ ກຳນົດໄວ້ ໂດຍຫົວຂໍ້ສຳຄັນໃນຂະບວນການຝຶກອົບຮົມແມ່ນເນັ້ນໃສ່ຂໍ້ກຳນົດທີ່ຈະຕ້ອງຜ່ານການຮັບຮອງມາດຕະຖານ, ເອກະສານເງື່ອນໄຂຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າ – ສົ່ງອອກ, ເງື່ອນໄຂການຂົນສົ່ງ ແລະ ເງື່ອນໄຂອື່ນໆ ທີ່ທາງຜູ້ປະກອບການຕ້ອງໄດ້ປະຕິບັດ
ທີສຳຄັນ ແມ່ນຈະເປີດໂອກາດໃຫ້ບັນບັນດາຫົວໝ່ວຍທຸລະກິດ ທີ່ສົນໃຈເຂົ້າຮ່ວມກິດຈະກຳ ການຝຶກອົບຮົມ ໃນຫົວຂໍ້ດັ່ງກ່າວ ທີ່ມີເປົ້າໝາຍຢາກສົ່ງສິນຄ້າໄປ ສປ ຈີນ ສາມາດເຂົ້າຮ່ວມໄດ້.
