ກອງປະຊຸມກະກຽມກອງປະຊຸມ ສຸດຍອດທຸລະກິດ ແລະ ການລົງທຶນຈີນ-ອາຊຽນ  ຄັ້ງທີ 22 (CABIS)

ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມ ທີ່ ນະຄອນໜານໜິງ, ເຂດປົກຄອງພິເສດຊົນເຜົ່າຈ້ວງກວາງຊີ, ເຊິ່ງຈັດຂື້ນໃນວັນທີ 24 ມິຖຸນາ 2025,

ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Liao Pinhu ຮອງປະທານ ເຂດປົກຄອງພິເສດຊົນເຜົ່າຈ້ວງກວາງຊີ, ສປຈີນ ແລະ ທ່ານ ນາງ Li Qingshuang ຮອງປະທານ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ແລະ ມີຜູ້ເຂົ້າຮ່ວມຈາກສະຖານກົງສູນໃຫ່ຍບັນດາປະເທດອາຊຽນ ປະຈຳນະຄອນໜານໜິງ, ຕົວແທນຈາກ ສະພາການຄ້າ ບັນດາປະເທດອາຊຽນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈາກ ສປ ຈີນ ລວມ 60ທ່ານ ເຊິ່ງຄະນະຜູ້ແທນຝ່າຍລາວ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຍັງລວມມີ ທ່ານ ວົງປະໂນ ສີປະເສີດ ກົງສູນໃຫຍ່ ສປປ ລາວ ປະຈຳນະຄອນໜານໜິງ ແລະ ທ່ານ ມານິດໂຕ ພົມໂພທິ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ການຈັດກິດຈະກຳຕ່າງໆ ໃນກອງປະຊຸມ CABIS ຄັ້ງທີ 22 ທີ່ຈະຈັດຂື້ນລະຫວ່າງວັນທີ 17-19 ກັນຍາ 2025, ເຊິງຈະຈັດຂື້ນທີ່ ນະຄອນໜານໜິງ, ເຂດປົກຄອງພິເສດຊົນເຜົ່າຈ້ວງກວາງຊີ.
ຫົວຂໍ້ການຮ່ວມມືຂອງກອງປະຊຸມໃນປີນີ້ແມ່ນ :
A premier digital, all-weather, end-to-end, one-stop platform for trade and investment
Joining hands with ASEAN to establish the China-ASEAN AI innovation and Cooperation Center, integrating artificial intelligence in to the CABIS
ພາຍໃນກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍ ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ, ໄດ້ມີຄໍາເຫັນເປັນເອກະພາບ ຕໍ່ແຜນກິດຈະກຳຕ່າງໆ ໂດຍສະເພາະແມ່ນການເນັ້ນໜັກການນໍາໃຊ້ AI ເພື່ອສົ່ງເສີມ ແລະ ພັດທະນາການຮ່ວມມືໃນຂະແໜງການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງ, ການແພດ, ການທ່ອງທ່ຽວ ແລະ ອື່ນໆ ລະຫວ່າງ ຈີນ-ອາຊຽນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງປະຈຸບັນ ສປປ ລາວ ໄດ້ເປີດໂຕສູນຮ່ວມມື ການປະດິດສ້າງໃໝ່ດ້ານປັນຍາປະດິດ ລະຫວ່າງ ສປປລາວ ແລະ ເຂດປົກຄອງພິເສດຊົນເຜົ່າຈ້ວງກວາງຊີ ສປຈີນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການພັດທະນາ ຂະແໜງການຕ່າງໆໃນລາວ ແລະ ຮ່ວມມືກັບບັນດາປະເທດອາຊຽນ.
ກິດຈະກຳຕົ້ນຕໍກອງປະຊຸມ CABIS ຄັ້ງທີ 12 ລວມມີ:
Plenary Meeting:
China–ASEAN Business Leaders Forum
________________________________________
Parallel Forum I
Round Table Dialogue between the State Leader of Vietnam and CEOs from China
________________________________________
Parallel Forum II
China–ASEAN Business Leaders Forum
________________________________________
Side Activities
• 2025 China–ASEAN International Cooperation and Industry Exchange and Matchmaking Meeting
• The 22nd CABIS and 2025 CABC – Invited Provincial (Regional and Municipal) CCPIT Sub-council Rotating Partner Event I
• The 22nd CABIS and 2025 CABC – Invited Provincial (Regional and Municipal) CCPIT Sub-council Rotating Partner Event II
• Symposium on Economic and Trade Cooperation between China (Guangxi) and BRI Partner Countries
• China–ASEAN International Cooperation Round-table on Artificial Intelligence
________________________________________
Final Session
The Annual Meeting of China–ASEAN Business Council and Joint Meeting of China–ASEAN Leaders of Chambers of Commerce and Industry

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword