ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ເປີດຕົວຢ່າງເປັນທາງການ
ນະຄອນຫຼວງວຽງຈັນ – ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ໄດ້ສ້າງຕັ້ງສຳເລັດໃນເດືອນເມສາ 2025 ທີ່ຜ່ານມາ. ແລະ ໄດ້ຈັດກອງປະຊຸມເປີດຕົວຢ່າງເປັນທາງການໃນ
ວັນທີ 03 ກໍລະກົດ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ໂດຍການເປັນປະທານຂອງ ປອ ນາງ ວາລີ ເວດສະພົງ ປະທານ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ. ໂດຍມີການເຂົ້າຮ່ວມຈາກຫຼາຍພາກສ່ວນ ຫຼາຍກ່ວາ 50 ທ່ານ ທີ່ຕາງໜ້າຈາກ ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ແລະ ຜູ້ປະກອບການຈາກຂະແໜງການທີ່ກ່ຽວຂ້ອງ.
ການຈັດຕັ້ງສະມາຄົມໄດ້ຮັບການຊີ້ນໍາຈາກກະຊວງສາທາລະນະສຸກ ແລະ ມີຂັ້ນຕອນການດຳເນີນການທີ່ລະອຽດ ຕັ້ງແຕ່ການຂໍສ້າງຕັ້ງ, ການລະດົມຄະນະບໍລິຫານງານ, ການກວດສອບປະຫວັດ ຈົນໄດ້ຮັບການຈົດທະບຽນໃນເດືອນເມສາ 2025 ທີ່ຜ່ານມາ ຈາກກະຊວງພາຍໃນ.

ທ່ານ ປອ ນ ວາລີ ເວດສະພົງ, ປະທານສະມາຄົມ ໄດ້ກ່າວວ່າ ການສ້າງຕັ້ງສະມາຄົມແມ່ນຄວາມພາກພູມໃຈ ແລະ ຈະເປັນພື້ນຖານສຳຄັນໃນການພັດທະນາອຸດສາຫະກຳການຢາ ແລະ ອຸປະກອນການແພດ ໃນລາວ ຢ່າງຍືນຍົງ. ກອງປະຊຸມມື້ນີ້ ຍັງເປັນການສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບພາລະບົດບາດຂອງ ສະມາຄົມ ແລະ ເປັນເວທີໃນການແລກປ່ຽນຄຳເຫັນ ແລະ ວາງແຜນການການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ການດຳເນີນງານຂອງສະມາຄົມໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງສະມາຄົມ ແລະ ສະມາຊິກ ທີ່ຈະຮ່ວມກັນຍົກລະດັບອຸດສາຫະກຳນີ້ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວເຂົ້າສູ່ຕະຫຼາດສາກົນໃນອະນາຄົດ.
