ພິທີເປີດ ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 17 ກໍລະກົດ 2025, ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈຳປີ 2025 (Lao-Viet Expo 2025) ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.
ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເຈື່ອງ ແທງ ຮວ່າຍ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ທ່ານ ຫງຽນ ມິງ ເຕີນ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ງານວາງສະແດງສິນຄ້ານີ້ ຈັດຂຶ້ນໂດຍການຮ່ວມມືກັນ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ສສ ຫວຽດນາມ.
.
ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ມີຄວາມສຳຄັນຢ່າງຍິ່ງໃນການ ເສີມສ້າງການເຊື່ອມໂຍງດ້ານເສດຖະກິດ, ຊຸກຍູ້ການລົງທຶນ ແລະ ການຄ້າ, ຂະຫຍາຍຕະຫຼາດ, ແລະ ໂຄສະນາຜະລິດຕະພັນທີ່ເປັນຈຸດແຂງຂອງແຕ່ລະຝ່າຍ. ນອກຈາກນີ້, ຍັງເປັນການສ້າງໂອກາດໃຫ້ວິສາຫະກິດຂອງສອງປະເທດໄດ້ພົບປະ, ຊອກຫາໂອກາດໃນການລົງທຶນຮ່ວມກັນ ແລະ ດຳເນີນທຸລະກິດ ເພື່ອເປົ້າໝາຍການເຕີບໂຕທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
.ທ່ານ ມະໄລທອງ ກົມມະສິດ ກ່າວມີຄຳເຫັນວ່າ: ໃນຫຼາຍປີຜ່ານມາທັງ ສອງພັກ-ສອງລັດໄດ້ສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງໃນການປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ສອງປະເທດລາວ-ຫວຽດນາມໄດ້ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຮອບດ້ານ ໃນນັ້ນການຮ່ວມມືດ້ານເສດຖະກິດ-ການຄ້າກໍນັບມື້ນັບຂະຫຍາຍຕົວໃນດ້ານການລົງທຶນ ນັບແຕ່ລາວເຮົາເປີດຮັບການລົງທຶນຈາກຕ່າງປະເທດມາ ຮອດປັດຈຸບັນໄດ້ມີການລົງທຶນຈາກບັນດາປະເທດທີ່ມີຄວາມສົນໃຈມາລົງທຶນຢູ່ລາວ
ໃນນັ້ນການລົງທຶນຂອງຫວຽດນາມມີທັງໝົດ 267 ໂຄງການ ທຶນຈົດທະບຽນ 5.7 ຕື້ໂດລາສະຫະ ລັດ ປະຕິບັດໄດ້ປະມານ 2.8 ຕື້ໂດລາການລົງທຶນຂອງຫວຽດນາມຢູ່ລາວສັງເກດເຫັນວ່າມີທ່າອ່ຽງເພີ່ມຂຶ້ນເທື່ອລະກ້າວ ປີ 2024 ທຶນຈົດທະບຽນລົງທຶນຢູ່ລາວ 191.1 ລ້ານໂດລາ ເພີ່ມຂື້ນ 62.1% ເມືອທຽບໃສ່ປີ 2023 ສ່ວນໃຫ່ຍຈະເປັນການລົງໃນຂະແໜງບໍ່ແຮ່ ພະລັງງານໄຟຟ້າ ຂະແໜງກະສິກໍາ ແລະ ຂະແໜງບໍລິການອື່ນໆ.
.
ງານວາງສະແດງສິນຄ້າຄັ້ງນີ້ມີຂະໜາດໃຫຍ່, ຈັດຂຶ້ນໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການ ຄ້າລາວ-ໄອເຕັກ ຕຶກເກົ່າ ນະຄອນຫຼວງວຽງຈັນ. ສິນຄ້າທີ່ນຳມາຈັດສະແດງມີຄວາມຫຼາກຫຼາຍ, ອຸດົມສົມບູນ, ສວຍງາມ, ມີຫຼາຍປະເພດ ແລະ ມີຄຸນນະພາບສູງ ເຊິ່ງຕອບສະໜອງຄວາມຕ້ອງການຂອງຕະຫຼາດສອງປະເທດໄດ້ເປັນຢ່າງດີ. ການເຂົ້າຮ່ວມຂອງວິສາຫະກິດຫຼາຍຮ້ອຍແຫ່ງຈາກສອງປະເທດ, ໂດຍມີການແນະນຳຜະລິດຕະພັນປະມານ 250 ບູດ ສະແດງໃຫ້ເຫັນເຖິງຄວາມສົນໃຈ ແລະ ຄວາມເຊື່ອໝັ້ນຂອງວິສາຫະກິດສອງປະເທດ ຕໍ່ການພັດທະນາຄວາມສຳພັນທາງການຄ້າ ລາວ-ຫວຽດນາມ.
