ກອງປະຊຸມປະຈໍາປີ 2025 ສະມາຄົມອຸດສາຫະກໍາ ຍານພາຫະນະລາວ

 ໃນວັນທີ 29 ສິງຫາ 2025, ທີ່ ໂຮງແຮມຮໍລີເດອິນ ວຽງຈັນ. ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນປະທານຮ່ວມກອງປະຊຸມ

ຮ່ວມກັບ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວຫນ້າກົມ ການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປະສາດໄຊ ພິລະພັນເດດ ປະທານ ສະມາຄົມອຸດສາຫະກໍາຍານພາຫະນະລາວ, ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ: ຕາງຫນ້າຈາກພາກລັດຖະບານ,ພາກທຸລະກິດ ພ້ອມທັງບັນດາສະມາຊິກຂອງສະມາຄົມອຸດສາຫະກໍາຍານພາຫະນະ ແລະ ສື່ມວນຊົນ
ໃນທີ່ປະຊຸມໄດ້ມີການລາຍງານສະພາບການເຄື່ອນໄຫວວຽກງານຂອງ ສະມາຄົມ ມີການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການນໍາເຂົ້າຍານພາຫະນະ ແລະ ທິດທາງກໍານົດມາດຕະຖານເຕັກນິກຍານພາຫະນະ ທີ່ຈະນໍາເຂົ້າ, ຜະລິດ, ປະກອບ ແລະ ການຄຸ້ມຄອງຍານພາຫະນະທາງບົກ ພ້ອມທັງທິດທາງ ແລະ ແຜນການໃນການເກັບພາສີການນໍາເຂົ້າຍານພາຫະນະທາງບົກ.
ທ່ານ ປອ ໄຊບັນດິດ ຣາຊະພົນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານ ຂອງ ສະມາຄົມອຸດສາຫະກໍາຍານພາຫະນະ ທີ່ໄດ້ສໍາເລັດກອງປະຊຸມປະຈໍາປີ2025 ເຊິ່ງຄັ້ງນີ້ເປັນຄັ້ງທີ່ 3 ແລະ ສາມາດຮວບຮ່ວມສະມາຊິກ ທີ່ດໍາເນີນທຸລະກິດ ທາງດ້ານຍານພາຫະນະໄດ້ຫລາຍພາກສ່ວນໃນຂອບເຂດທົ່ວປະເທດເຊິ່ງສະທ້ອນໃຫ້ເຫັນຄວາມສາມັກຄີ ແລະ ການມີສ່ວນຮ່ວມພ້ອມກັນພັດທະນາ ໂດຍສະເພາະການຮ່ວມກັນປຶກສາຫາລືແກ້ໄຂບັນຫາໃນຂະແໜງການຂອງຕົນແບບເປັນໝູ່ຄະນະ ແລະ ຍັງເນັ້ນໃຫ້ເຫັນ ກອງປະຊຸມໃນຄັ້ງນີ້ແມ່ນເວທີ ທີ່ສໍາຄັນທີ່ສຸດຂອງຂະແໜງຍານພາຫະນະລາວ ໃນການສົນທະນາ ແລະ ສັງລວມບັນຫາທີ່ກ່ຽວຂ້ອງເພື່ອຊອກຫາທາງແກ້ໄຂ ແລະ ເພື່ອສະເໜີໃຫ້ແກ່ພາກລັດຖະບານໄດ້ຮັບຮູ້ ແລະ ພິຈາລະນາແກ້ໄຂບັນຫາໃຫ້ຖືກຈຸດ ແລະ ໃຫ້ທິດຊີ້ນໍາຕ່າງໆ
ໃນວາລະສຸດທ້າຍກອງປະຊຸມໄດ້ຮັບກຽດຈາກ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ໃຫ້ທິດຊີ້ນໍາແກ່ສະມາຄົມອຸດສາຫະກຳຍານພາຫະນະ ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້ :
1. ສະເໜີເບິ່ງຄືນພາລະບົດບາດກ່ຽວກັບການປົກປ້ອງຜົນປະໂຫຍດ, ການເຕົ້າໂຮມສະມາຊິກຂອງສະມາຄົມປະກອບສ່ວນສ້າງສະພາບແວດລ້ອມເພື່ອໃຫ້ມີການແຂ່ງຂັນທີ່ເປັນທຳ, ການປະຕິບັດກົດຫມາຍໃຫ້ຖືກຕ້ອງ ແລະ ໃຫ້ນະໂຍບາຍແກ່ຜູ້ປະຕິບັດກົດລະບຽບ.
2. ສະເໜີໃຫ້ຮ່ວມມືກັບພາກລັດ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການສ້າງນະໂຍບາຍກົດໝາຍລະບຽບການ ໃຫ້ສະມາຄົມວ່າຈ້າງຊ່ຽວຊານຂຽນໃຫ້ ສະເໜີຫາພາກລັດທະບານ ກ່ຽວກັບບັນຫາ ແລະ ບົດຮຽນຂອງປະເທດອື່ນ, ຮ່າງດຳລັດ ຂໍ້ຕົກລົງນະໂຍບາຍ ການຄຸ້ມຄອງຍານພາຫະນະ ການຄຸ້ມຄອງອາໄຫຼ່.
3. ສະເໜີສ້າງມາດຕະຖານໃນການບໍລິການ ແລະ ປົກປ້ອງຜູ້ນຳໃຊ້
ເວົ້າລວມແລ້ວເພື່ອໃຫ້ບັນລຸວຽກງານດັ່ງກ່າວແມ່ນພາກລັດ ແລະ ພາກທຸລະກິດຕ້ອງຮ່ວມມືກັນ.
ກອງປະຊຸມໄດ້ປິດລົງໃນເວລາ 17:30ໂມງ ຂອງວັນດຽວກັນ

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword