ກອງປະຊຸມພົບປະທຸລະກິດ ຣັດເຊຍ-ລາວ

ກອງປະຊຸມພົບປະທຸລະກິດ ຣັດເຊຍ-ລາວ

ວະລາດີວັອດສະຕັອກ, ສ.ຣັດເຊຍ – ໃນລະຫວ່າງວັນທີ 03-06 ກັນຍາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະທາງການ

ໄດ້ນຳພາຄະນະທຸລະກິດ ນຳໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ນັກທຸລະກິດ ຈໍານວນ 50 ທ່ານຈາກຂະແໜງການຄ້າ, ພະລັງງານ, ບໍ່ແຮ່, ການລົງທຶນ, ອຸດສາຫະກໍາ, ທະນາຄານ ແລະ ກະສິກຳ ເດີນທາງຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ທີ່ ວະລາດີວັອດສະຕັອກ, ສ.ຣັດເຊຍ
ໃນໂອກາດດັ່ງກ່າວ ກະຊວງການຕ່າງປະເທດ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາທຸລະກິດ ຣັັດເຊຍ-ອາຊຽນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຣັດເຊຍ ໄດ້ຮ່ວມກັນຈັດກອງປະຊຸມພົບປະທຸລະກິດ ຣັດເຊຍ-ລາວ ໃນວັນທີ 04 ກັນຍາ 2025, ທີ່ Far Eastern Federal University (FEFU), ທີ່ ວະລາດີວັອດສະຕັອກ, ສ.ຣັດເຊຍ
ໃຫ້ກຽດກ່າວມີຄຳເຫັນກອງປະຊຸມດັ່ງກ່າວໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຝ່າຍ ສ.ຣັດເຊຍ ກ່າວຕ້ອນຮັບໂດຍ ທ່ານ ອີ່ວານ ໂປລີຢ່າຄັອບ (Ivan Polyakov), ປະທານສະພາທຸລະກິດ ຣັດເຊຍ-ອາຊຽນ, ນອກນີ້ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດຂອງລາວ ແລະ ສ.ຣັດເຊຍ ກໍຄືບັນດາ ທ່ານ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານເອກອັກຄະລັດຖະທູດລາວ ປະຈໍາ ສ.ຣັດເຊຍ ພ້ອມທັງກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດຈາກລາວ ແລະ ສ.ຣັດເຊຍ ເຂົ້າຮ່ວມໃນງານປະມານ 70 ກວ່າທ່ານ
ເຊິງຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການໂຄສະນາ, ເຜີຍແຜ່ ແລະ ດຶງດູດການລົງທຶນຈາກ ສະຫະພັນຣັດເຊຍ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ເປັນບູລິມະສິດ ຢູ່ ສປປ ລາວ ໃຫ້ຫຼາຍຍິ່ງຂຶ້ນ ກໍຄື ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນສູ່ລະດັບໃໝ່. ພ້ອມນີ້, ຍັງເປີດໂອກາດໃຫ້ມີການແລກປ່ຽນບົດຮຽນ ແລະ ປະສົບການທີ່ຕິດພັນກັບການດໍາເນີນທຸລະກິດ ແລະ ການລົງທຶນ ລະຫວ່າງພາກລັດ ແລະ ເອກະຊົນ ຂອງສອງປະເທດລາວ-ຣັດເຊຍ ທັງຍັງເປັນການສືບຕໍ່ຜັນຂະຫຍາຍວຽກງານການເຄື່ອນໄຫວການທູດເສດຖະກິດຂອງ ສປປ ລາວ ຢ່າງຕັ້ງໜ້າ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າຄືນເຖິງສາຍພົວພັນໄມຕີຈິດມິດຕະພາບ ທີ່ແໜ້ນແກ່ນ ແລະ ຍາວນານ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ, ເຊິ່ງກອງປະຊຸມຄັ້ງນີ້ ເປັນໜຶ່ງໃນກິດຈະກຳທີ່ສຳຄັນ ໃນການສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວ ເພື່ອຂໍ່ານັບຮັບຕ້ອນ ການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 65 ປີ ໃນປີ 2025 ນີ້. ພ້ອມນີ້, ກໍໄດ້ເຊື້ອເຊີນບັນດານັກທຸລະກິດຈາກ ຣັດເຊຍ ສືບຕໍ່ໄປສຶກສາກາລະໂອກາດ ແລະ ທ່າແຮງ ເພື່ອເປັນທາງເລືອກໜຶ່ງໃນການຕັດສິນໃຈດໍາເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ ໃນຂະແໜງການບູລິມະສິດ ເປັນຕົ້ນ: ກະສິກຳສະອາດ, ພະລັງງານສະອາດ, ຂຸດຄົ້ນເເຮ່ທາດເເບບຍືນຍົງ, ອຸດສາຫະກຳປຸງເເຕ່ງເເບບທັນສະໄຫມ, ຂົນສົ່ງ-ໂລຈິດສຕິກ, ການທ່ອງທ່ຽວ ເເລະ ອື່ນໆ.
ອີກທັງຍັງເປັນເວທີໃຫ້ແກ່ບັນດານັກລົງທຶນຈາກ ສ.ຣັດເຊຍ ທີ່ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍ ການລົງທຶນຢູ່ ສປປ ລາວ ອີກດ້ວຍ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword