ກອງປະຊຸມໂຕະມົນ ກ່ຽວກັບການປຶກສາຫາລືການຮ່ວມມືທາງດ້ານປັນຍາປະດິດສາກົນ ຈີນ-ອາຊຽນ
ທ່ານ ທະນູສອນ ພົນອາມາດ,ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມ ແລະ ໄດ້ມີຄໍາເຫັນໃນກອງປະຊຸມໂຕະມົນ ກ່ຽວກັບການປຶກສາຫາລືການຮ່ວມມືທາງດ້ານປັນຍາປະດິດສາກົນ ຈີນ-ອາຊຽນ
ທີ່ ນະຄອນ ຫນານຫນີງ, ສປຈີນ, ໃນວັນທີ 18ກັນຍາ 2025.
ໃນທີ່ປະຊຸມໃຫ້ກຽດເປັນປະທານ ໂດຍທ່ານນາງ Yang Yanyan,ເລຂາທິການ CABIS,ແລະ ມີຜູ້ເຂົ້າຮ່ວມຈາກບັນດາ ສະພາການຄ້າ ແລະ ອຸດສາຫະກຳ ຂອງປະເທດອາຊຽນ ແລະ ບັນດາຫົວໜ່ວຍທຸລະກິດຈາກ ສປຈິນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອເປັນການປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນໃນການສົ່ງເສີມການຮ່ວມມືທາງດ້ານ ປັນຍາປະດິດໃຫ້ນັບມື້ນັບຂະຫຍາຍຕົວ, ສອດຄ່ອງຕາມນະໂຍບາຍການຮ່ວມມືສາກົນ ແລະ ມີປະສິດທິຜົນໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ ໄດ້ມີຄໍາເຫັນໃນກອງປະຊຸມດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນໃນການນໍາໃຊ້ ປັນຍາປະດິດຂັບເຄື່ອນການພັດທະນາເສດຖະກິດຮ່ວມກັນ, ແລະຈະເປີດໂອກາດໃນການສ້າງການຮ່ວມມືທາງດ້ານການຈັດຕັ້ງປະຕິບັດ ໃນຂະແໜງການກ່ຽວກັບ AI ເຊັ່ນ: ເສດຖະກິດດິຈິຕອນຮູບແບບໃໝ່, ການສ້າງລະບົບນິເວດການປະດິດດິຈິຕອນ ແລະ ການສົ່ງເສີມການຫັນປ່ຽນອຸດສາຫະກຳໃຫ້ເປັນລະບົບທັນສະໄໝ. ສິ່ງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ເພີ່ມທະວີການຫັດແໜ້ນການຮ່ວມມືລະຫວ່າງ ລາວ-ຈີນ, ແຕ່ຍັງເປັນການເສີມຂະຫຍາຍການຮ່ວມມືລະຫວ່າງ ອາຊຽນ ຈີນ ໃນການສ້າງລະບົບດີຈີຕອນຮ່ວມກັນໃນອານາຄົດ.
ເຊິ່ງໃນເດືອນກຸມພາ ປີ2025ນີ້, ສປປ ລາວ ແລະ ເຂດປົກຄອງຕົນເອງຊົນເຜົ່າຈ່ວາງກວາງຊີ ໄດ້ເຊັນຂໍ້ຕົກລົງຮ່ວມກັນສ້າງສູນຮ່ວມມື ດ້ານປັນຍາປະດິດ ຈີນ-ລາວ, ເຊິ່ງແມ່ນເວທີການຮ່ວມມືທາງດ້ານປັນຍາປະດິດຄັ້ງທໍາອິດລະຫວ່າງ ຈີນ ແລະ ອາຊຽນ. ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິໄສທັດຂອງ ຈີນ-ລາວ ໃນການຮ່ວມກັນສ້າງໂອກາດຮ່ວມກັນພັດທະນາ AI ແລະ ເພື່ອເປັນຕົວແບບຂອງການປະຕິບັດຕາມການປະກາດການຮ່ວມມື ຈີນ-ອາຊຽນ ວ່າດ້ວຍການສ້າງລະບົບນິເວດດິຈິຕອນທີ່ຍືນຍົງ ແລະ ທົ່ວເຖິງ.