ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ຄົບຮອບ 35ປີ ສຄອຊ
ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ຄົບຮອບ 35ປີ ຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຮອງລັດຖະມົນຕີ, ປະທານ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍບັນດາທ່ານຕາງໜ້າຈາກ ພາກລັດ, ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
.
ການຈັດງານດັ່ງກ່າວແມ່ນເພື່ອເປັນການສະເຫຼີມສະຫຼອງການສ້າງຕັ້ງ ສຄອຊ ຄົບຮອບ 35ປີ ແລະ ເພື່ອຍ້ອງຍໍຊົມເຊີຍຕໍ່ບັນດາຫົວໜ່ວຍທຸລະກິດທີ່ເປັນສະມາຊິກຂອງ ສຄອຊ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງສາເສດຖະກິດສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ.
.
ທ່ານ ດາວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການ ສຄອຊ ໄດ້ຂື້ນລາຍງານວ່າ: ໃນຕະຫຼອດໄລຍະ 35 ປີ ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ພາກທຸລະກິດ ໄດ້ເຮັດໜ້າທີ່ຂອງຕົນຢ່າງຫ້າວຫັນໃນການສ້າງສະພາບແວດ ລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການບໍລິການຕ່າງໆ, ພ້ອມທັງ ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດປັບປຸງຕົນເອງ, ປະຄັບປະຄອງ ແລະ ພັດທະນາໃຫ້ມີຄວາມເຂັ້ມແຂງ ຜ່ານຜ່າອຸປະສັກຕ່າງໆ ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ພ້ອມກັນສ້າງຜົນງານປະກອບສ່ວນອັນສໍາຄັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ. ເພື່ອເປັນການຍົກຍ້ອງສັນລະເສີນຜົນງານໂດດເດັ່ນ ແລະ ເພື່ອເປັນແຮງບັນດານໃຈໃຫ້ທຸກຫົວໜ່ວຍທຸລະກິດສາມັກຄີຮັກແພງຮ່ວມກັນບຸກບືນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍຈິດໃຈຮັກຊາດ ແລະ ຮັກການພັດທະນາແບບຍືນຍົງໃຫ້ກັບບັນດາຫົວໜ່ວຍທຸລະກິດ; ຊຶ່ງການມອບລາງວັນຄັ້ງນີ້ ລວມທັງໝົດ 89 ຫົວໜ່ວຍທຸລະກິດ ໃນນັ້ນ ລວມມີທຸລະກິດລາວ ແລະ ທຸລະກິດທີ່ມີເຈົ້າຂອງເປັນຕ່າງປະເທດ; ປະກອບມີ 12 ຂະແໜງການຄື: ຂະແໜງອຸດສາຫະກໍາປຸງແຕ່ງ; ຂະແໜງການຄ້າ; ຂະແໜງໄອຊທີ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງອຸດສາຫະກໍາການຜະລິດ, ຂະແໜງການບໍລິການ, ຂະແໜງຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງທະນາຄານ ແລະ ສະຖາບັນການເງິນ, ຂະແໜງການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຂະແໜງໂຄສະນາ ແລະການຈັດງານ ແລະ ຂະແໜງກໍ່ສ້າງ ແລະ ອະສັງຫາ.

ໃນໂອກາດດັ່ງກ່າວ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ແນວຄວາມຄິດສ້າງສັນ, ຄວາມພາກພຽນ ແລະ ຈິດໃຈທີ່ບໍ່ຍອມທໍ້ຖອຍຂອງນັກທຸລະກິດລາວ. ຄວາມສໍາເລັດທາງດ້ານເສດຖະກິດຂອງປະເທດຊາດ ແມ່ນມີການປະກອບສ່ວນຢ່າງຫຼວງຫຼາຍຈາກຜູ້ປະກອບການ ເຊິ່ງເປັນການສ້າງວຽກເຮັດງານທໍາ, ລາຍຮັບໃຫ້ທຸກຄົນ ແລະ ປະເທດຊາດ, ທັງຊຸກຍູ້ການຜະລິດ ແລະ ດຶງດູດການລົງທຶນ.
ລັດຖະບານ ໄດ້ເອົາໃຈໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ດ້ວຍການວາງນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ຮັບປະກັນຄວາມແນ່ນອນ, ໂປ່ງໃສ ແລະ ເປັນບ່ອນອີງ.
ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030), ລັດຖະບານ ໄດ້ວາງນະໂຍບາຍພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ໄດ້ຊຸກຍູ້ໃຫ້ພາກເອກະຊົນ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ແຂງແຮງ ແລະ ກວ້າງຂວາງກວ່າເກົ່າ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫຼື ເອີ້ນຫຍໍ້ວ່າ: “ສອຈ”. ພວກເຮົາ ມີຄວາມຄາດຫວັງສູງຈາກການປະກອບສ່ວນ ທີ່ສໍາຄັນຂອງພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະແມ່ນ: ການຂັບເຄື່ອນການເຕີບໂຕສີຂຽວ ແລະ ຍືນຍົງ ພາກເອກະຊົນ ໃນຖານະຜູ້ປະກອບການເປັນຈຸລັງຂອງເສດຖະກິດຂອງຊາດ ຕ້ອງຫ້າວຫັນໃນ ການດໍາເນີນທຸລະກິດຂອງຕົນໄປຕາມນະໂຍບາຍເສດຖະກິດສີຂຽວ ແລະ ຍືນຍົງ, ດໍາເນີນທຸລະກິດແຕ່ລະດ້ານ ຕ້ອງຄໍານຶງເຖິງຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການ ພັດທະນາສັງຄົມ; ການສົ່ງເສີມການເຊື່ອມຈອດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດສູງສຸດຈາກຖານະປະເທດທີ່ເຊື່ອມຈອດ ທີ່ເປັນຍຸດທະສາດຂອງລາວ, ພາກເອກະຊົນແມ່ນມີຄວາມສໍາຄັນໃນການພັດທະນາໂຄງລ່າງພື້ນຖານທີ່ແຂງແກ່ນ. ການລົງທຶນ ໃນການເຊື່ອມຈອດ ກັບປະເທດເພື່ອນບ້ານ ເຊັ່ນ: ສປ ຈີນ, ສສ ຫວຽດນາມ ແລະ ບັນດາປະເທດໃກ້ຄຽງ ຈະຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
.
ບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນໃນຄັ້ງນີ້ ຈະກາຍເປັນນັກທຸລະກິດຕົວແບບທີ່ດີເລີດຂອງລາວ. ຄວາມໂດດເດັ່ນຂອງພວກທ່ານ ຈະເປັນແຮງບັນດານໃຈທີ່ສໍາຄັນໃຫ້ແກ່ຜູ້ປະກອບການລາວລຸ້ນຕໍ່ໆໄປ.




