ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດການພັດທະນາພາກທຸລະກິດ ແລະ ການເຂົ້າເຖິງບໍລິການທາງດ້ານການເງິນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດການພັດທະນາພາກທຸລະກິດ ແລະ ການເຂົ້າເຖິງບໍລິການທາງດ້ານການເງິນ
ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ (APB)
ນະຄອນຫລວງວຽງຈັນ – ວັນທີ 19 ພະຈິກ 2025, ທີ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ (APB) ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດການພັດທະນາພາກທຸລະກິດ ແລະການເຂົ້າເຖິງບໍລິການທາງດ້ານການເງິນ.ໃຫ້ກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ຝ່າຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແມ່ນໄດ້ຮັບກຽດຕາງໜ້າໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ແລະ ຝ່າຍ APB ແມ່ນຕາງໜ້າໂດຍ ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອຳນວຍການ, ພ້ອມດ້ວຍບັນດາທ່ານ ຄະນະປະທານ ສຄອຊ, ຕາງໜ້າຈາກກົມກ່ຽວຂ້ອງຂອງພາກລັດ, ຄະນະອຳນວຍການ ທສກ, ສະມາຄົມທຸລະກິດ, ບໍລິສັດທີ່ເປັນສະມາຊິກ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.
ພິທີດັ່ງກ່າວຖືເປັນຈຸດເລີ່ມຕົ້ນການຮ່ວມມືລະຫວ່າງສອງຝ່າຍເພື່ອເປັນການຮ່ວມມືກັນໃນການພັດທະນາພາກທຸລະກິດແບບຍືນຍົງ ແລະ ເພີ່ມທະວີການ ຮ່ວມມືລະຫວ່າງ ຜູ້ໃຫ້ການບໍລິການທາງດ້ານການເງິນກໍຄືຂະແໜງການທະນາຄານ ແລະ ພາກທຸລະກິດ ຢູ່ ສປປ ລາວ. ພາຍໃຕ້ການຮ່ວມມືກັນໃນຄັ້ງນີ້, ທັງສອງຝ່າຍ ມີຄວາມມຸ່ງຫວັງທີ່ຈະຜັນຂະຫຍາຍນຳເອົາຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນ ຂອງ ທສກ ໃຫ້ເຂົ້າເຖິງພາກທຸລະກິດກໍຄື ບັນດາສະມາຊິກ ຂອງ ສຄອຊ ລວມທັງສະມາຊິກຂອງບັນດາສະມາຄົມທຸລະກິດຕ່າງໆ ໂດຍສະເພາະແມ່ນການຜັນຂະຫຍາຍນຳເອົາແຫຼ່ງທຶນຂອງລັດຖະບານ ໃຫ້ເຂົ້າເຖິງແກ່ພາກທຸລະກິດ ເຊິ່ງມີຈຸດສຸມກໍຄືບັນດາ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ຢູ່ 03 ຂະແໜງການທີ່ເປັນບູລິມະສິດ ຕົ້ນຕໍ ຄື: ຂະແໜງການກະສິກໍາ, ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ.
ນອກຈາກການຜັນຂະຫຍາຍຈັດຕັ້ງປະຕິບັດການສະໜອງແຫຼ່ງທຶນຂ້າງເທິງນີ້ແລ້ວ, ກໍຍັງມີຫຼາກຫຼາຍການບໍລິ ການທາງດ້ານການເງິນ ຂອງ ທສກ ທີ່ພ້ອມຈະໃຫ້ບໍລິການ ແລະ ທສກ ຍັງໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ສະມາຄົມທຸລະກິດ ແລະ ພາກເອກະຊົນຕ່າງໆ ເພື່ອສ້າງລະບົບນິເວດໃນການດຳເນີນທຸລະກິດທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງພາກທຸລະກິດ ແລະ ອຳນວຍຄວາມສະດວກໃຫ້ແກ່ສັງຄົມ ອີກດ້ວຍ.