ກອງປະຊຸມໃຫຍ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຄັ້ງທີ II
ກອງປະຊຸມໃຫຍ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຄັ້ງທີ II ໄດ້ໄຂຂື້ນ ໃນວັນທີ 19 ພະຈິກ 2025 ທີ່ ສະໂມສອນແຂວງ, ແຂວງອຸດົມໄຊ. ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ
ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທອງອິນ ຄຳສົມປອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ໂດຍມີ ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ສຄອ ແຂວງ ພາກເໜືອ ອ້ອມຂ້າງ, ພະແນກການອ້ອມຂ້າງ, ບັນດາການນຳເມືອງ, ຕາງໜ້າຈາກ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສຄອ ເມືອງ, ສະມາຄົມອ້ອມຂ້າງ, ຕາງໜ້າຈາກອົງການພາກລັດທີ່ກ່ຽວຂ້ອງ, ສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງອຸດົມໄຊ.
ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ການຈັດຕັ້ງ, ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸດົມໄຊ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກໍາລັງແຮງທີ່ສໍາຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຂະຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.
ທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ກໍ່ໄດ້ກ່າວເປີດກອງປະຊຸມ ແລະ ທ່ານ ອຸ່ນຄຳ ອອ່ນພະຈັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອຸດົມົໄຊ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 0003/ຄປຂ ລົງວັນທີ 18 ພະຈິກ 2025 ວ່າດ້ວຍການອະນຸຍາດໃຫ້ເປີດກອງປະຊຸມໃຫຍ່ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມົໄຊ ຄັ້ງທີ II ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 0004/ຄປຂ ລົງວັນທີ 18 ພະຈິກ 2025 ວ່າດ້ວຍການຮັບຮອງຜູ້ອອກສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານ ສຄອ ແຂວງອຸດົມໄຊ.ທ່ານ ວິລະສັນ ແວງທິສານ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ໄດ້ຂຶ້ນລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງອຸດົມໄຊ ໃນໄລຍະຜ່ານມາ (ຊຸດທີ I) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຊຸດທີ II (ປີ 2025-2030).
ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງອຸດົມໄຊ ໃນໄລຍະປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ຈາກນັ້້ນ, ບັນດາສະມາຊິກສົມບູນຂອງ ສຄອ ແຂວງອຸດົມໄຊ ກໍ່ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕຂອງຕົນມີຄວາມຮັບຜິດຊອບສູງດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສຄອ ແຂວງອຸດົມໄຊ ຊຸດໃໝ່ ຊຸດທີ II ຕາມລະບຽບການ, ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂຕົວຈິງ. ເຊິ່ງມີຜູ້ສະໝັກທັງໝົດ 55 ທ່ານ ແລະ ເລືອກເອົາ 49 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານ ສຄອ ແຂວງອຸດົມໄຊ ຄັ້ງທີ II ໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:
ຕົກລົງເລືອກເອົາ ຄະນະປະຈໍາ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ປະກອບມີ 17 ທ່ານ, ຍິງ 04 ທ່ານ , ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
1. ທ່ານ ທອງອິນ ຄໍາສົມປອງ
2. ທ່ານ ສົມເພັດ ລາວເຊີນ
3. ທ່ານ ວິລະສັນ ແວງທີສານ
4. ທ່ານ ນາງ ດາວວົງ ກອງມະນີ
5. ທ່ານ ນາງ ໝອນຄໍາ ສຸກສິງຫາ
6. ທ່ານ ສິດທິໄຊ ສິດທິລາດ
7. ທ່ານ ນາງ ບົວຄໍາ ສາລິກາ
8. ທ່ານ ພານຸສັກ ໄຊຍະວົງ
9. ທ່ານ ປອ ນາງ ກອງສີ ມະນີພອນ
10. ທ່ານ ວິໄສ ອິນດາລາ
11. ທ່ານ ສົມໃຈ ຖາວອນ
12. ທ່ານ ອາເຊີ ລາວລີ
13. ທ່ານ ຄໍາລອດ ສຸລິທໍາ
14. ທ່ານ ອາເຕີ ລາວລີ
15. ທ່ານ ສອນໄລ ສຸວັນດີ
16. ທ່ານ ສີວິໄລ ດວງປະເສີດ
17. ທ່ານ ສິນໄຊ ວົງວິວັນ
ຕົກລົງເລືອກເອົາຄະນະປະທານ ປະກອບມີ 08 ທ່ານ, ຍິງ 03 ທ່ານ, ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
1. ທ່ານ ທອງອິນ ຄໍາສົມປອງ ເປັນປະທານ
2. ທ່ານ ສົມເພັດ ລາວເຊີນ ເປັນຮອງປະທານ
3. ທ່ານ ວິລະສັນ ແວງທິສານ ເປັນຮອງປະທານ
4. ທ່ານ ວິໄສ ອິນດາລາ ເປັນຮອງປະທານ
5. ນາງ ດາວວົງ ກອງມະນີ ເປັນຮອງປະທານ
6. ນາງ ໝອນຄໍາ ສຸກສິງຫາ ເປັນຮອງປະທານ
7. ນາງ ບົວຄໍາ ສາລິກາ ເປັນຮອງປະທານ
8. ທ່ານ ສິດທິໄຊ ສິດທິລາດ ເປັນຮອງປະທານ
ຕົກລົງເລືອກເອົາຄະນະກວດກາ ຈໍານວນ 03 ທ່ານ, 01 ທ່ານ, ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
1. ທ່ານ ພານຸສັກ ໄຊຍະວົງ ປະທານກວດກາ
2. ທ່ານ ປອ ນາງ ກອງສີ ມະນີພອນ ຮອງປະທານ
3. ທ່ານ ທີວທະວັດ ມີແສງໃສ ຄະນະ
ໃນທີ່ກອງປະຊຸມ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວມີຄໍາເຫັນຕໍ່ບັນດາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຊຸດໃໝ່ນີ້ ໄດ້ເນັ້ນເຖິງພາລະບົດບາດ ແລະ ໜ້າທີ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີ ດຳລັດ ສະບັບເລກທີ 237/ນຍ ລົງວັນທີ 18 ພຶດສະພາ 2020 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຄື່ອນໄຫວ ແລະ ນະໂຍບາຍຂອງລັດຖະບານກ່ຽວກັບ ສະພາການຄ້າ ແລະ ອຸດສາຫກຳ ແຫ່ງຊາດລາວ. ຂໍໃຫ້ຄະນະຊຸດໃໝ່ນີ້ ຈົ່ງໄດ້ເອົາໃຈໃສ່ບຸກໜ້າບືນຕົວ ແລະ ສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນທີ່ຖືກມອບໜາຍໃນການຂັບເຄື່ອນພັນທະນາເສດຖະກິດຂອງແຂວງໃຫ້ມີຄວາມເຂັ້ມແຂງໂດຍອີງໃສ່ທ່າແຮງຂອງແຂວງທີ່ມີຢູ່. ສະເໜີໃຫ້ອົງການປົກຄອງແຂວງໃຫ້ທິດຊີ້ນໍາໃຫ້ແກ່ ສຄອ ແຂວງ ອຸດົມໄຊ ເປັນເສນາທິການຂອງພາກລັດ ໃນການລາຍງານແຕ່ລະໄລຍະ ແລະ ໃຫ້ ສຄອ ແຂວງ ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ວາງອອກໃນການພັດທະນາພາກທຸລະກິດໃນ ສປປ ລາວ ສຳລັບປີ 2021-2025 ອິງຕາມສະພາບເສດຖະກິດຂອງແຂວງ, ໂລກ ແລະ ຍັງຈະສຶບຕໍ່ໃນໄລຍະປີ 2026-2030 ເຊິ່ງປະກອບມີ 6 ເສົາຄໍ້າ ຄື:
(1) ເສົາຄ້ຳທີ1: ການພົບປະລະຫວ່າງລັດ-ທຸລະກິດ ເພື່ອປັບປຸງແວດລ້ອມການດຳເນີນທຸລະກິດ;
(2) ເສົາຄ້ຳທີ2: ການພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໂດຍຜ່ານສູນບໍລິການ SME (SSC);
(3) ເສົາຄ້ຳທີ3: ການສົ່ງເສີມຕະຫຼາດຜະລິດຕະພັນລາວ;
(4) ເສົາຄ້ຳທີ 4: ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທືນທີ່ຢືນຍົງ;
(5) ເສົາຄ້ຳທີ 5: ການພັດທະນາຜູ້ປະກອບການ ແລະ ກິດຈະກຳຜູ້ໃຊ້ແຮງງານປະກອບ;
(6) ເສົາຄ້ຳທີ 6: ຂ້້ມູນຂ່າວສານ, ການພົວພັນມວນຊົນ ແລະ ການບໍລິການໃຫ້ສະມາຊິກ
ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ແກ່ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຊຸດໃໝ່ນີ້. ໄດ້ສະແດງຄໍາຍ້ອງຍໍ້ຊົມເຊີຍຕໍຄະນະຮັບພິຊອບທີໄດ້ເອົາໃຈໃສ່ກະກຽມຄວາມພ້ອມກອງປະຊຸມໃນຄັ້ງນີ້ພ້ອມທັງເໜັນໜັກໃຫ້ຄະນະບໍລິຫານງານ ຊຸດໃໝ່ນີ້ ຈົ່ງຖືເອົາວຽກງານການເມືອງແນວຄິດເປັນບັນຫາທີ່ສໍາຄັນ, ອິງໃສ່ທີ່ຕັ້ງທີ່ຕັ້ງຂອງແຂວງເປັນຈຸດໃຈກາງ 4 ແຂວງພາກເໜືອທີ່ມີທ່າແຮງ ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົວຂັບເຄື່ອນເສດຖະກິດ, ໃຫ້ ສຄອ ແຂວງ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ສ້າງພັດທະນາທຸລະກິດຕ່າງໆ ດຶງເອົາທ່າແຮງເປົ້າໝາຍຂອງແຂວງທີ່ຢູ່, ປົກປ້ອງຜົນປະໂຫຍດຂອງຫົວໜ່ວຍທຸລະກິດ, ຈັດຕັ້ງເປັນກຸ່ມ, ສະຫະກອນເພື່ອໃຫ້ມີອຳນາດໃນການເຈລະຈາຕໍ່ລອງ, ເຕົ້າໂຮມທຸລະກິດໃຫ້ມີຄວາມສາມັກຄີ ສະໜັບສະໜູນຊ່ວຍເຫຼື່ອ ເຊິ່ງກັນ ແລະ ກັນ ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຍຸ້ງຍາກ, ໃຫ້ ສຄອ ແຂວງ ກຳແໜ້ນພາລະບົດບາດໜ້າທີ່, ບັນດານະໂຍບາຍ, ນິຕິກຳຕ່າງໆ, ເອກະສານຕ່າງທີ່ລັດວາງອອກແຕ່ລະໄລຍະ ແລະ ເຜີຍແຜ່ໃຫ້ແກ່ສະມາຊິກໄດ້ຮັບຮຸ້ ແລະ ເຂົ້າໃຈ, ເພີ່ມທະວີສຶບຕໍ່ປັບປຸງສ້າງຄວາມເຂັ້ມແຂງໃຫ້ ສຄອ ແຂວງ ໃຫ້ດີຂຶ້້ນຕື່ມ ແບ່ງວຽກງານແຕ່ລະຂະແໜງການ ອິງຕາມ 6 ເສົ້າຄໍ້າ, ສ້າງແຜນດຳເນີນງານ ສ້າງກົດລະບຽບ, ປັບປຸງກົງຈັກການຈັດຕັ້ງ ສຄອ ແຂວງ ແລະ ສຄອ ເມືອງ ໃຫ້ມີຄວາມເຂັ້ມແຂງ, ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະ 6 ເສົ້າຄໍ້າ. ພ້ອມດຽວກັນນັ້ນ, ທ່ານເຈົ້າແຂວງຍັງສະເໜີໃຫ້ ພະແນກການຕ່າງໆ ອ້ອມຂ້າງ ໃຫ້ການສະໜັບສະໜູນຮ່ວມມືກັບ ສຄອ ແຂວງ ສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງເໝາະສົມເພື່ອໃຫ້ ສຄອ ແຂວງ ມີຄວາມເຂັ້ມແຂງ ແລະ ສຳເລັດໜ້າທີ່ໃນຂົງເຂດຂອງຕົນໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ແລະ ສະເໜີໃຫ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຊີ້ນໍາ ສຄອ ແຂວງຕື່ມ.
ກອງປະຊຸມຍັງໄດ້ມີພິທີມອບຮັບໂລ້ລາງວັນໃຫ້ນັກທຸລະກິດດີເດັ່ນ, ມອບໃບຍ້ອງຍໍຂອງແຂວງ ແລະ ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃຫ້ຜູ້ທີ່ມີຜົນງານດີເດັ່ນ.ກອງປະຊຸມໄດ້ປະສົບຜົນສຳເລັດ ແລະ ປິດລົງໃນເວລາ 12:00 ຂອງວັນດຽວກັນ