ກອງປະຊຸມປະຈຳປີ 2025 Annual meeting of the Alliance of the Chambers of Commerce and Industry of the New International Land Sea Trade Corridor
10 ທັນວາ 2025, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມປະຈຳປິ 2025 Annual meeting of the Alliance of the Chambers of Commerce and Industry of the New International Land Sea Trade Corridor
ກອງປະຊູມ ໄດ້ໄຂຂຶ້ນ ເວລາ 9:00 ໂມງ ທີ່ໂຮງແຮມ JW Marriott Hotel ນະຄອນລົງເຊິ່ງ, ສປຈີນ ໂດຍການເປັນ ປະທານກ່າວເປີດ ຂອງ ທ່ານ Xu Jian , ຮອງເຈົ້າຄອງນະຄອນຊົງຊິ້ງ ເຊິ່ງມີຜູ້ເຂົ້າຮ່ວມຈາກ ສະພາສົ່ງເສີມການຄ້າ ສາກົນ ສປ ຈີນ , ສະພາການຄ້າສາກົນ ສປ ຈີນ, ສຄອ ອີຫຼານ, ສຄອ ອັງກິດປະຈໍາສປຈີນ, ບັນດາ ສະພາການຄ້າ ແລະ ອຸດສາຫະກຳ ອາຊີໃຕ້, ອາຊຽນ ແລະ ຕາງໜ້າ ຈາກພາກລັດ ແລະ ພາກທຸລະກິດຈາກຕ່າງປະເທດ, ແລະ ສປ ຈີນທີ່ກຽວຂ້ອງ ລວມທັງໝົດ ຫຼາຍກວ່າ 350 ທ່ານ.
ທ່ານ Liu Jian nan ຮອງປະທານ CCPIT ໄດ້ ລາຍງານລວມ ກ່ຽວກັບ ການ ຈັດຕັ້ງປະຕິບັດ ວຽກງານ ໃນໄລຍະຜ່ານມາ ກ່ຽວກັບ the Alliance of the Chambers of Commerce and industry of the New International Land Sea Trade Corridor ທີ່ມີ ສຄອ ຈາກ 18 ປະເທດຮ່ວມກັນສ້າງຕັ້ງ (ລວມທັງ ສຄອຊ ).ເຊິ່ງ ພັນທະມິດ ສະພາການຄ້າ ແລະ ອຸດສາຫະກຳ ດັ່ງກ່າວແມ່ນເວທີ່ສຳຄັນ ໃນການສົ່ງເສີມການຮ່ວມມື ແລະ ເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ສາກົນ ໂດຍຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ພ້ອມດຽວກັນນີ້້ ຍັງໄດ້ສະເໜີຂໍ້ແນະນຳ ບາງຈຸດ ເພື່ອເພີ່ມທະວີການຮ່ວມມື ເຊັ່ນ: ຮ່ວມກັນສ້າງກົນໄກ ປະສານງານແລກປ່ຽນຂໍ້ມູນຂ່າວສານ ທາງດ້ານນິຕິກຳ ແລະ ຂໍ້ມູນ ໂຄງການການຄ້າ ການລົງທຶນຕ່າງໆຮ່ວມກັນ(landseaonline.com), ສ້າງສິ່ງອຳນວຍຄວາມສະດວກ ແລະ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ນັບມື້ນັບດີຂຶ້ນ. ໂດຍສະເພາະການຮ່ວມມືທາງດ້ານ ນິຕິກຳ ການແກ້ໄຂ ຂໍ້ຄັດແຍ່ງທາງດ້ານການຄ້າ ແລະ ອື່ນໆ ພ້ອມດຽວກັນນີ້ ໄດ້ເນັ້ນໃຫ້ນຳໃຊ້ລະບຽງເສດຖະກິດ New International Land Sea Trade Corridor ໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍການນຳໃຊ້ທ່າແຮງບັນດາສະມາຊິກໃນການສ້າງກົນໄກການຮ່ວມມື ຕ່ອງໂສ້ການຜະລິດ ສະໜັບສະໝູນ ເກື້ອກູນເຊິ່ງກັນ ແລະ ກັນ ແລະ ພ້ອມກັນພັດທະນາ.
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ ໄດ້ມີຄຳເຫັນໃນກອງປະຊຸມໃນນາມຜູ້ຮ່ວມກໍ່ຕັ້ງພັນທະມິດ ສຄອ ດັ່ງກ່າວ ໄດ້ເນັ້ນໃຫ້ມີການຮ່ວມມືຢ່າງເປັນປົກກະຕິ ແລະ ມີຄວາມຍືນຍົງໂດຍນໍາໃຊ້ທ່າແຮງຂອງສະມາຊິກຊຸກຍູ້ສົ່ງເສີມເກຶ້ອກູນເຊິ່ງກັນ ແລະ ກັນ ສໍາລັບ ສປປ ລາວ ທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ກຳລັງປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ແລະ ມີທ່າແຮງດຶງດູດການລົງທຶນນັບມື້ນັບຫລາຍຂຶ້ນ ມີຄວາມຍິນດີຮ່ວມມືກັບທຸກສະມາຊິກໂດຍສະເພາະການຮ່ວມມືຕ່ອງໂສ້ການຜະລິດສ້າງມູນຄ່າເພິ່ມສິນຄ້າ ເພື່ອໃຫ້ສະມາຊິກສາມາດໄດ້ຮັບຜົນປະໂຫຍດຈາກລະບຽງເສດຖະກິດເຫຼົ່ານີ້ໄດ້ຢ່າງເຕັມທີ່. ພ້ອມດຽວກັນນີ້ການຮ່ວມມືກັນເພື່ອປັບປຸງລະບົບອໍານວຍຄວາມສະດວກດ້ານການຄ້າ ແລະ ພາສີ, ການສ້າງເຂດປອດພາສີ, ເຂດອຸດສາຫະກຳ, ເຂດໂລຈິດຕິກ ແລະ ອື່ນໆ ໃຫ້ມີຄວາມຮັບປະກັນຄວາມໂປ່ງໃສ ເພື່ອເຮັດໃຫ້ທຸກພາກສ່ວນມີການພັດທະນາຢ່າງມີປະສິດທີຜົນ ແລະ ມີຄວາມຍືນຍົງ.
ພາຍໃນກອງປະຊຸມໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ແລະ ຍັງໄດ້ມີການເຊັນບົດບັນທຶກການຮ່ວມມືກັນລະຫວ່າງທຸລະກິດແຕ່ລະປະເທດຫລາຍສະບັບ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ