ພິທີເປີດງານນັດພົບແຮງງານ ປະຈຳປີ 2025
ນະຄອນຫຼວງວຽງຈັນ, ໃນວັນທີ 12 ທັນວາ 2025, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມ ຮອງປະທານ
ຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ສຄອຊ ໄດ້ເຂົ້າຮ່ວມ ພິທີເປີດງານນັດພົບແຮງງານ ປະຈຳປີ 2025 ທີ່ສູນການຄ້າ ລາວ – ໄອເຕັກ, ໂດຍເປັນກຽດເຂົ້າຮ່ວມເປັນປະທານເປີດງານຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ອານຸສອນ ຄຳສິງສະຫວັດ, ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ຊາຣີນ ທຸລາດາຣ, ຫົວໜ້າ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖີ່ນຖານ ປະຈຳ ສປປ ລາວ (IOM) ພ້ອມດ້ວຍບັນດາແຂກ ຕາງໜ້າຈາກ ສູນກາງສະຫະພັນກຳມະບານລາວ, ຄະນະກົມຈາກກະຊວງ, ພະແນກການທີ່ກ່ຽວຂ້ອງ, ສະມາຄົມ ແລະ ກຸ່ມທຸລະກິດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມພິທີເປີດງານໃນຄັ້ງນີ້.
ຈຸດປະສົງຂອງງານ ເພື່ອເປັນກິດຈະກຳໜື່ງໃນການຊຸກຍູ້ການແກ້ໄຂບັນຫາການຫວ່າງງານ ແລະ ບັນຫາການຂາດແຄນແຮງງານຂອງຫົວໜ່ວຍແຮງງານໃນຂົງເຂດເສດຖະກິດ ແລະ ເຜີຍແຜ່ໂຄສະນາໃນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ ໂດຍສະເພາະແນໃສ່ພົນລະເມືອງລາວ ຜູ້ຊອກຫາວຽກເຮັດງານທຳໄດ້ເຂົ້າເຖີງຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງກວ້າງຂວາງ, ແລະ ຍັງມີການສຳພາດ ແລະ ຮັບເອົາແຮງງານຢູ່ກັບທີ່, ເຊີ່ງງານນັດພົບແຮງງານປະຈຳປີ 2025 ຈະໄດ້ຈັດຂື້ນໃນວັນທີ 12 – 14 ທັນວາ 2025 ຢູ່ທີ່ສູນການຄ້າ ລາວ – ໄອເຕັກ (ຕືກໃໝ່ ຊັ້ນ5).
