ງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ

ງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ

ນະຄອນຫຼວງວຽງຈັນ, 18 ທັນວາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ ຂຶ້ນຢ່າງເປັນທາງການ,

ໂດຍການເປັນປະທານຂອງ ທ່ານ ປອ. ຄຳແສນ ສີສະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ ແລະ ປະທານ ສະມາຄົມການສຶກສາພາກເອກະຊົນ.
ງານດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ທ່ານ ທັງໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ, ເຊິ່ງປະກອບດ້ວຍບັນດາຜູ້ຕາງໜ້າຈາກສະຖານທູດບັນດາປະເທດອາຊຽນ, ສະຖານທູດ ສປ. ຈີນ ປະຈຳ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງອຸດສາຫະກຳ ແລະ ການຄ້າ, ລວມເຖິງສະຖາບັນການສຶກສາພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາຕ່າງໆ.
ງານສັບປະດາການຮ່ວມມືການສຶກສາ ອາຊຽນ – ສປ. ຈີນ ຄັ້ງນີ້ ຖືເປັນເວທີໜຶ່ງທີ່ມີຄວາມສຳຄັນລະດັບສາກົນ ແລະ ເປັນຄັ້ງທຳອິດທີ່ ປະເທດລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມ. ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນກິດຈະກຳທີ່ມີຄວາມໝາຍໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ອີກດ້ວຍ.
ຈຸດປະສົງຫຼັກຂອງການຈັດງານ ແມ່ນເພື່ອສະແດງເຖິງຄວາມມຸ່ງມາດປາດຖະໜາໃນການພັດທະນາວຽກງານການສຶກສາ ແລະ ຕະຫຼາດແຮງງານໃນອະນາຄົດ, ໂດຍເນັ້ນໜັກເຖິງບົດບາດສຳຄັນຂອງທຸກພາກສ່ວນທີ່ມີສ່ວນຮ່ວມໃນການກຳນົດຈຸດໝາຍປາຍທາງຂອງພາກພື້ນ. ຜ່ານເວທີດັ່ງກ່າວ, ໃນການຈັດງານມີເປົ້າໝາຍແນໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການດ້ານເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ.
ປີນີ້ຍັງມີຄວາມໝາຍສຳຄັນເປັນພິເສດ ຍ້ອນມີການພັດທະນາທີ່ສຳຄັນຄື ການລວມເອົາ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ. ແລະ ໄດ້ຮຽກຮ້ອງໃຫ້ມີກົນໄກການປະສານງານທີ່ໜັກແໜ້ນກວ່າເກົ່າ, ເຊິ່ງອະນຸກຳມະການແຫ່ງຊາດລາວ ກໍໄດ້ມີການແກ້ໄຂເພື່ອຕອບສະໜອງຄວາມຈຳເປັນດັ່ງກ່າວໂດຍກົງ. ການນຳເອົາສະຖານທູດ, ສະຖາບັນການສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງອາຊຽນ ມາຮ່ວມກັນໃນຄັ້ງນີ້, ເປັນການສ້າງເວທີເອກະລັກສະເພາະທີ່ ໄດ້ມາພົບປະແລກປ່ຽນກັນ, ປ່ຽນຖ່າຍຈາກແນວຄວາມຄິດລະດັບສູງ ໄປສູ່ການປະຕິບັດຢ່າງຈິງຈັງ, ຍົກລະດັບຈາກການພັດທະນາຫຼັກສູດ ໄປສູ່ການຝຶກອົບຮົມທັກສະ ແລະ ສ້າງການຮ່ວມມືລະຫວ່າງສະຖາບັນໃຫ້ເປັນຮູບປະທຳ.
ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງອົງການຈັດຕັ້ງພາກລັດ ແລະ ພາກທຸລະກິດ ໃນງານຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນວ່າການລິເລີ່ມດ້ານການສຶກສາ ຍັງຄົງສອດຄ່ອງກັບບູລິມະສິດແຫ່ງຊາດ ແລະ ຍຸດທະສາດການພັດທະນາພາກພື້ນ. ນີ້ເປັນການເສີມຂະຫຍາຍພື້ນຖານວັດທະນະທຳ-ສັງຄົມ ຂອງປະຊາຄົມຊາຕາກຳຮ່ວມ ສປ. ຈີນ-ອາຊຽນ ແລະ ເປັນການສະໜັບສະໜູນເປົ້າໝາຍທີ່ກວ້າງຂວາງຂອງຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”.

ງານດັ່ງກ່າວຍັງໄດ້ເນັ້ນໜັກການສະໜັບສະໜູນຂໍ້ລິເລີ່ມທີ່ຊຸກຍູ້ການເຊື່ອມໂຍງດ້ານ “ການສຶກສາ – ອຸດສາຫະກຳ”. ໂດຍສົ່ງເສີມການເຂົ້າຮ່ວມຂອງພາກທຸລະກິດ ແລະ ສະຖາບັນການສຶກສາ ໃນການຮ່ວມກັນພັດທະນາຫຼັກສູດ, ການຝຶກອົບຮົມໃນສະຖານທີ່ເຮັດວຽກຕົວຈິງ, ລວມໄປເຖິງການສ້າງຄູ່ຮ່ວມງານທີ່ດີ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນທີ່ມີຄຸນະພາບ, ສ້າງຄວາມຍືນຍົງໃຫ້ແກ່ຕະຫຼາດແຮງງານໃນພາກພື້ນຕໍ່ໄປ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword