ກອງປະຊຸມ ພົບປະຄະນະຈາກ ສູນສົ່ງເສີມການຮ່ວມມືຄວາມອາດສາມາດ ເສັ້ນທາງສາຍໄໝສາກົນ
ນະຄອນຫລວງວຽງຈັນ – ວັນທີ 8 ມັງກອນ 2026, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມພົບປະຄະນະຈາກ ສູນສົ່ງເສີມການຮ່ວມມືຄວາມອາດສາມາດ ເສັ້ນທາງສາຍໄໝສາກົນ.
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ນຳໂດຍ ທ່ານ ອຸເດດສຸ ວັນນະວົງ ປະທານ ສຄອຊ ພ້ອມທັງຫົວໜ່ວຍທຸລະກິດ ຫຼາຍກວ່າ 10 ຫົວໜ່ວຍ ແລະ ສູນສົ່ງເສີມການຮ່ວມມື ນຳໂດຍ ທ່ານນາງ Tao zhen, ຫົວໜ້າສູນສົ່ງເສີມການຮ່ວມມືຄວາມອາດສາມາດ ເສັ້ນທາງສາຍໄໝສາກົນ ສປ ຈີນ ພ້ອມດ້ວຍຄະນະຈຳນວນ 18 ທ່ານ.
ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບການໂອກາດໃນການຮ່ວມມືດ້ານເສດຖະກິດ ລາວ-ຈີນ ພາຍໃຕ້ຂອບການຮ່ວມມື ໜຶ່ງແລວທາງ ໜຶ່ງເສັ້ນທາງ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມບັນດາໂຄງການທີ່ຕິດພັນກັບການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ນະໂຍບາຍຕ່າງໆ ເພື່ອເປີດກ້ວາງຕ່ອງໂສ້ການຮ່ວມມືທາງດ້ານອຸດສາຫະກຳການຄ້າ-ການລົງທຶນໃຫ້ມີໂສມໜ້າໃໝ່ ແລະ ປະສົບຜົນສໍາເລັດທີ່ຍິ່ງໃຫຍ່ກ່ວາເກົ່າ ເຊິງມີທຸລະກິດຫລາຍຂະແໜງການເຊັ່ນ: ຂະແໜງການພະລັງງານ, ຂະແໜງການກໍສ້າງພື້ນຖານໂຄງລ່າງ, ຂະແໜງການຂຸດຄົ້ນບໍ່ແຮ່, ຂະແໜງການດິຈິຕອນ ແລະ ນະວັດຕະກຳເຕັກໂນໂລຊີ ໃນການສ້າງເຄື່ອຄ່າຍ
