ກອງປະຊຸມປຶກສາຫາລືຂັ້ນວິຊາການ ກ່ຽວກັບການປັບປຸງດຳລັດ 237 ຂອງ ສຄອຊ
ນະຄອນຫຼວງວຽງຈັນ, 3 ກຸມພາ 2026 ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຮ່ວມກັບ ທ່ານ ປອ ບົວວັນ ວິລະວົງ,
ຫົວຫນ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລືໃນການປັບປຸງດຳລັດ 237 ພາຍຫລັງທີ່ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117/ນຍ ໃນການກະກຽມກອງປະຊຸມໃຫຍ່ ສຄອຊ ໃນອາທິດຜ່ານມາ. ກອງປະຊຸມມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງກະຊວງ ອຄ, ກະຊວງຍຸຕິທຳ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກ ແລະ ກອງເລຂາປັບປຸງດຳລັດຂອງ ສຄອຊ. ຈູດປະສົງຂອງກອງປະຊຸມ ແມ່ນເພື່ອສືບຕໍ່ປຶກສາຫາລືຜ່ານຮ່າງດຳລັດ 237 ຕາມ 5 ທິດຊີ້ນຳຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117 ຜ່ານມາ ຄື: 1. ທີ່ຕັ້ງ ແລະ ພາລະບົດບາດ. 2. ຫນ້າທີ່ ແລະ ຂອບເຂດສິດ. 3. ການເປັນສະມາຊິກ ສຄອຊ. 4. ສະມາຄົມເສດຖະກິດ. ແລະ 5. ບ່ອນຂຶ້ນກັບ.

ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນດ້ານວິຊາການ ແບບກົງໄປກົງມາ ຈາກຂະແຫນງການກ່ຽວຂ້ອງ ໂດຍສະເພາະໃນ 5 ວຽກງານທີ່ກ່າວມາຂ້າງເທິງ ໂດຍການແຍກໃຫ້ເຫັນຊັດເຈນບົດບາດ ລະຫວ່າງພາກລັດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຕໍ່ກັບວຽກງານວິຊາການທີ່ຕິດພັນກັບການຄຸ້ມຄອງ ແລະ ການໃຫ້ບໍລິການ. ພ້ອມນີ້, ຍັງໄດ້ລົງເລິກບາງມາດຕາຂອງຮ່າງດຳລັດ ທີ່ຍັງບໍ່ທັນຊັດເຈນ ແລະ ຕິດພັນກັບບົດບາດຂອງຂະແຫນງການ. ໃນທີ່ປະຊຸມໄດ້ເປັນເອກະພາບກຳນົດມາດຕາທີ່ຍັງບໍ່ທັນເປັນເອກະພາບ ແລະ ຕ້ອງການການແລກປ່ຽນຂໍ້ມູນກັບກົມກ່ຽວຂ້ອງຕື່ມ. ປະທານກອງປະຊຸມ ໄດ້ສະຫລຸບ ແລະ ສະເຫນີໃຫ້ທິມງານວິຊາການຫ້ອງການກະຊວງ ອຄ, ສົມທົບກັບກົມວິຊາການຈາກຂະແຫນງການກ່ຽວຂ້ອງພາກລັດ ຮ່ວມເຮັດວຽກກັບກອງເລຂາຂອງ ສຄອຊ ໃຫ້ສາມາດເປັນເອກະພາບຕໍ່ຮ່າງດຳລັດສະບັບປັບປຸງ ກ່ອນຈັດກອງປະຊຸມສຳມະນາວິທະຍາສາດ ໃນວັນທີ 13 ກຸມພາ 2026 ທີ່ຈະມາເຖິງນີ້.