ກອງປະຊຸມສັງລວມບັນຫາ ແລະ ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາ ກຸ່ມ, ສະມາຄົມທຸລະກິດ
ນະຄອນຫຼວງວຽງຈັນ – ໃນວັນທີ 12 ກຸມພາ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມສັງລວມບັນຫາ ແລະ ປຶກສາຫາລື
ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາ ກຸ່ມ, ສະມາຄົມທຸລະກິດ ຂຶ້ນ ພາຍຫລັງທີ່ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117/ນຍ ໃນການກະກຽມກອງປະຊຸມໃຫຍ່ ສຄອຊ ທີ່ຜ່ານມາ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ ແລະ ມີຕ່າງໜ້າຈາກ ກຸ່ມ, ສະມາຄົມທຸລະກິດ ເຂົ້າຮ່ວມໃນກອງປະຊຸມ.
ຈຸດປະສົງເພື່ອເປັນການເກັບກຳຂໍ້ມູນ, ສັງລວມບັນຫາ, ຮັບຟັງສະພາບລວມການຈັດຕັ້ງເຄື່ອນໄຫວຜ່ານມາຂອງບັນດາກຸ່ມ, ສະມາຄົມທຸລະກິດ ເພື່ອກະກຽມຂໍ້ມູນໃສ່ໃນກອງປະຊຸມວິທະຍາສາດ ປັບປຸງ ຮ່າງດຳລັດ 237/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສຄອຊ ໃນນີ້ ໄດ້ຕິດພັນກັບ ໝວດທີ 7 ສະມາຄົມເສດຖະກິດ, ກຸ່ມທຸລະກິດ ມາດຕາທີ 30 ແລະ ມາດຕາ 31 ຂອງດຳລັດດັ່ງກ່າວ. ໃນກອງປະຊຸມຄະນະປະທານກອງປະຊຸມໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະ 117/ນຍ ໃນການກະກຽມກອງປະຊຸມໃຫຍ່ ສຄອຊ ແລະ ໄດ້ສະເໜີໃຫ້ບັນດາສະມາຄົມຄົ້ນຄວ້າໃນສະມາຄົມຕົນເອງຄັດເລືອກເອົາຄະນະບໍລິຫານງານຂອງສະມາຄົມ ເຂົ້າຮ່ວມສະໝັກເລືອກຕັ້ງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຊຸດໃໝ່ ທີ່ຈະຄັດເລືອກເອົາໃນກອງປະຊຸມໃຫຍ່ ຂອງ ສຄອຊ ໃນຕໍ່ໜ້ານີ້.