ກອງປະຊຸມສຳມະນາວິທະຍາສາດ ຕໍ່ການປັບປຸງ ພາລະບົດບາດ ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ).
ນະຄອນຫຼວງວຽງຈັນ – ໃນວັນທີ 13 ກຸມພາ 2026, ທີ່ໂຮງແຮມ ລາດຊະວົງ, ໄດ້ມີການຈັດກອງປະຊຸມສຳມະນາວິທະຍາສາດຕໍ່ການປັບປຸງພາລະບົດບາດ ແລະ ການເຄື່ອນໄຫວ
ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ). ໃຫ້ກຽດເປັນປະທານໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໂດຍມີບັນດາທ່ານລັດຖະມົນຕີ, ຄະນະນໍາກະຊວງ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານປະທານປະເທດ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຮອງລັດຖະມົນຕີ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າວິທະຍາສາດ, ຄະນະບໍລິຫານງານ ສະພາການາຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫຼວງ, ແຂວງ ແລະ ຜູ້ຕາງໜ້າ ພາກລັດ, ພາກທຸລະກິດເຂົ້າຮ່ວມປະມານ 200 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປີດເວທີປຶກສາຫາລື ແລະ ລະດົມຄວາມຄິດ ຕໍ່ກັບ ການປັບປຸງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ມີບົດບາດໂດດເດັ່ນ ແລະ ມີຄວາມເຂັ້ມແຂງ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໂດຍສະເພາະພາກທຸລະກິດ ແລະ ໃຫ້ສອດຄ່ອງ ຕາມນະໂຍບາຍຂອງ ພັກ ແລະ ລັດ, ໂດຍສະເພາະ ການປັບປຸງ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສຄອຊ (ສະບັບເລກທີ 237/ນຍ, ລົງວັນທີ 18 ພຶດສະພາ 2020) ເພື່ອກຳນົດ ທີ່ ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ໃຫ້ຊັດເຈນ ເປັນທີ່ຮັບຮູ້ ແລະ ມີຄວາມເປັນເອກະພາບທັງພາກລັດ ແລະ ພາກທຸລະກິດ ຕໍ່ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽການໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ ແລະມີຄວາມສອດຄ່ອງກັບແນວທາງນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດຊາດ ໃນແຕ່ລະໄລະຍະ.
ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ ໃຫ້ກຽດເປັນປະທານ ກ່າວເປີດກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນ ການປ່ຽນແປງຂອງ ສະພາບພາວະວິໃສ ທີ່ຮຽກຮ້ອງ ໃຫ້ມີການທົບທວນຄືນບົດບາດ ຂອງ ສະພາການຄ້າ ແລະ ອຸດສຫາະກໍາ ແຫ່ງຊາດລາວ ແລະ ມີຄວາມຈຳເປັນໃນການປັບປຸງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍສະເພາະ ການ ກຳນົດທີ່ຕັ້ງ ແລະ ພາລະບົດບາດ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ເປັນທີ່ຍອມຮັບມີຄວາມເປັນເອກະພາບກັນ ທັງພາກລັດ ແລະ ພາກທຸລະກິດ, ເພື່ອເປັນກຳລັງແຮງໜື່ງທີ່ສຳຄັນຕໍ່ການຂັບເຄື່ອນ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຊາດ ໃນແຕ່ລະໄລຍະ.