ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 18 ກຸມພາ 2026. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ
ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ການພົບປະຄັ້ງນີ້ ທ່ານ ຮອງປະທານ ສຄອຊ ໄດ້ຖືໂອກາດລາຍງານຄວາມຄືບໜ້າໃນການກະກຽມກອງປະຊຸມໃຫຍ່ຂອງ ສຄອຊ. ພ້ອມກັນນັ້ນ, ຍັງໄດ້ມີການປຶກສາຫາລື ແລະ ທາບທາມເຊີນເອົາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດ ເຂົ້າມາເປັນສ່ວນໜຶ່ງຂອງ ຄະນະບໍລິຫານງານຊຸດໃໝ່ ເພື່ອຮ່ວມກັນຂັບເຄື່ອນວຽກງານຂອງສະພາການຄ້າໃຫ້ມີປະສິດທິພາບຍິ່ງຂຶ້ນ.
ໃນໂອກາດດຽວກັນ, ທາງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2003 ເປັນຕົ້ນມາ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ (LXML) ເຊໂປນ ສາມາດຜະລິດທອງແຜ່ນໄດ້ຫຼາຍກວ່າ 1.1 ລ້ານໂຕນ ແລະ ຄຳໄດ້ຫຼາຍກວ່າ 1.7 ລ້ານອອນຊ໌. ໃນປີ 2024, ບໍ່ຄຳ-ທອງ ເຊໂປນ ຜະລິດທອງໄດ້ 6,014 ໂຕນ ແລະ ຄຳ 5,427 ກິໂລກຣາມ. ສໍາລັບແຜນການຜະລິດໃນປີ 2025 ແມ່ນຄາດຄະເນໄວ້ວ່າຈະໃຫ້ໄດ້ຫຼາຍກວ່າ 5,703 ກິໂລກຣາມ ແລະ ທອງ 10,010 ໂຕນ. ຜ່ານມາ LXML ໄດ້ປະກອບສ່ວນໂດຍກົງເຂົ້າໃນງົບປະມານຂອງລັດຖະບານລາວ ເປັນມູນຄ່າຫຼາຍກວ່າ 1.7 ຕື້ໂດລາສະຫະລັດ ໃນຮູບແບບຂອງພາສີ-ອາກອນ, ຄ່າຊັບພະຍາກອນ (Royalties) ແລະ ເງິນປັນຜົນ. ນອກຈາກນັ້ນ, ຍັງມີຜົນປະໂຫຍດທາງອ້ອມຜ່ານການຈ້າງງານ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.