ງານເປີດໂຕເລກໜາຍບາໂຄດ ເຊິ່ງມີເລກລະຫັດຂື້ນຕົ້ນດ້ວຍຕົວເລກ 887 XXXXXXXXXX ແລະ ເປີດໂຕຫ້ອງການ GS1 Laos ຢ່າງເປັນທາງການ.

ງານເປີດໂຕເລກໜາຍບາໂຄດ ເຊິ່ງມີເລກລະຫັດຂື້ນຕົ້ນດ້ວຍຕົວເລກ 887 XXXXXXXXXX ແລະ ເປີດໂຕຫ້ອງການ GS1 Laos ຢ່າງເປັນທາງການ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່ວມກັບທາງ ບໍລິສັດ ລະຫັດສິນຄ້າ ສູນລາວ (CCCL)

ຈັດງານເປີດໂຕເລກໜາຍບາໂຄດ ເຊິ່ງມີເລກລະຫັດຂື້ນຕົ້ນດ້ວຍຕົວເລກ 887 XXXXXXXXXX ແລະ ເປີດໂຕຫ້ອງການ GS1 Laos ຢ່າງເປັນທາງການ.
ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໃນພິທີ ໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ພ້ອມດຽວກັນນັ້ນ ກໍ່ຍັງມີປະທານຮ່ວມໃນພິທີເປີດເຊັ່ນ: ທ່ານ ທະນູສອນ ພົນອາມາດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ສີສັງຄົມ ໂຄດໂຍທາ ຫົວຫນ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ຄໍາພັດ ພູນສຸກ ຮອງຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ວິໄລພອນ ຊິນດາວົງ ຮອງຫົວຫນ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຫວງ ລີເຈີນ ຄະນະອໍານວຍການ ບໍລິສັດ ລາວບາໂຄດ ເຕັກໂນໂລຊີ ຈໍາກັດ. ແລະ ຍັງມີຜູ້ເຂົ້າຮ່ວມຈາກ ສະມາຄົມທຸລະກິດ, ບໍລິສັດ, ພ້ອມດ້ວຍແຂກຜູ້ຕາງ ໜ້າຈາກກະຊວງອ້ອມຂ້າງ ແລະ ບັນດາສື່ມວນຊົນຕ່າງໆ ຫຼາຍກວ່າ 100 ກ່ວາທ່ານ.
ທ່ານ ສີສັງຄົມ ໂຄດໂຍທາ ຫົວຫນ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: GS1 Global ເປັນອົງການທີ່ບໍ່ຫັວງຜົນກໍາໄລ, ມີສໍານັກງານໃຫ່ຍຕັ້ງຢູ່ ນະຄອນບຸກແຊນ ປະເທດ ເບນຊິກ, ເປັນອົງກອນທີ່ພັດທະນາ ມາດຕະຖານ ບາໂຄດ ແລະ ລະຫັດສິນຄ້າ ເພື່ອໃຫ້ທຸລະກິດທົ່ວໂລກ ໃຊ້ພາສາດຽວກັນ ໃນການແຈ້ງ ຂໍ້ມູນກ່ຽວກັບສິນຄ້າ. GS1 ເປັນລະບົບມາດຕະ ຖານທີ່ນໍາໃຊ້ຢ່າງກ້ວາງຂວາງທີ່ສຸດໃນໂລກ ເຊິ່ງຊ່ວຍອໍານວຍຄວາມສະດວກໃນການຄຸ້ມຄອງລະ ບົບຕອ໋ງໂສ້ອຸປະທານ ຢ່າງມີປະສິດທິພາບ ແລະ ໂປ່ງໃສ ເພື່ອຮັບໃຊ້ຜົນປະໂຫຍດຂອງພາກທຸລະກິດ ເຊັ່ນການຂາຍທີ່ວ່ອງໄວ, ລົດຄວາມຜິດພາດ, ການຄຸ້ມຄອງສິນຄ້າໃນສາງ, ການຕິດຕາມສິນ ຄ້າ ແລະ ສົ່ງເສີມການສົ່ງອອກ ເພາະເປັນທີ່ນອມຮັບຂອງຕ່າງປະເທດ ແລະ ຮັບໃຊ້ຜົນປະໂຫຍດຂອງ ພາກລັດ ເຊັ່ນ: ຄຸ້ມຄອງແຫລ່ງກຳເນີດສິນຄ້າ, ປ້ອງກັນສິນຄ້າປອມແປງ ແລະ ເພີ່ມຄວາມໂປ່ງໃສ.
ໂຄງການດັ່ງກ່າວນີ້ ໄດ້ເກີດຂື້ນ ຍ້ອນນະໂຍບາຍຂອງລັດຖະບານ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ໃນຊຸມປີຜ່ານມານີ້, ສັງຄົມໄດ້ຮຽກຮ້ອງຕ້ອງການ ນໍາໃຊ້ກົດລະຫັດສິນຄ້າສາກົນ ຫລື ເລກ ໜາຍ ບາໂຄດ ຂອງ ສປປ ລາວ ໃນການສົ່ງສິນຄ້າອອກຕ່າງປະເທດ ໂດຍສະເພາະກໍລະນີຂອງ ສິນຄ້າກະສິກຳ ເປັນຕົ້ນ ກາເຟ ດາວເຮືອງ ແລະ ເຄື່ອງດຶມ ເບຍລາວ, ຜ່ານມາ ສປປ ລາວ ຍັງບໍ່ທັນມີເລກໜາຍບາໂຄດເປັນຂອງຕົນເອງ ເນື່ອງຈາກຍັງມີຂໍ້ຈຳກັດທາງດ້ານ ປະລິມານ ແລະ ຄວາມຫຼາກຫລາຍຂອງຜະລິດຕະພັນ ແລະ ສິນຄ້າ, ຈິ່ງໄດ້ຂໍນຳໃຊ້ ກົດລະຫັດສາກົນ ຂອງ ປະເທດເພື່ອນບ້ານ ເພື່ອຕິດໃສ່ສິນຄ້າ ກ່ອນການສົ່ງອອກ, ຊຶ່ງໄດ້ສ້າງຄວາມສັບສົນ ຕໍ່ກັບ ແຫລ່ງທີ່ມາຂອງສິນຄ້າ ເປັນປະຈຳ ແລະ ຕໍ່ເນື່ອງ, ຫລາຍຄັ້ງກໍ່ສ້າງຜົນກະທົບຕໍ່ຜູ້ປະກອບການ ໃນການສົ່ງອອກສິນຄ້າ.
ໃນໂອກາດດັ່ງກ່າວ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ໄດ້ມີຄໍາເຫັນ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນຂອງເລກຫມາຍບາໂຄດ ແລະ ໄດ້ເນັ້ນໃຫ້ເຫັນຄວາມຕ້ອງການພື້ນຖານ ແລະ ຂອບຄວາມສາມາດ ດ້ານວິຊາຊີບສຳລັບບົດບາດ ຜູ້ເປັນວິຊາການດ້ານບາໂຄດ. ເພື່ອໃຫ້ສາມາດນຳໃຊ້ໄດ້ ໃນການຄັດເລືອກ ແລະ ຝຶກອົບຮົມ ວິຊາການ ໄດ້ເນັ້ນສາມຄຸນຄ່າຫລັກຂອງວີຊາການດັ່ງນີ້:
1 ການສ້າງຕັ້ງ ຂອບຄວາມສາມາດໃນສາມລະດັບ ຄື: ວິຊາການດ້ານບາໂຄດລະດັບຕົ້ນ, ລະດັບກາງ, ແລະ ລະດັບສູງ ເພື່ອສະໜອງມາດຕະຖານໃນການຄັດເລືອກວິຊາການ
2 ຕອບສະໜອງ ຄວາມຕ້ອງການ ດ້ານວິຊາການ ໃຫ້ກັບຂະແໜ່ງການນີ້, ລວມເອົາ ປະສົບປະການ ຕົວຈິງ ຈາກການຄ້າ ລາວ-ຈີນ ຈີນ-ລາວ, ການຂົນສົ່ງສາກົນ ຈີນ-ລາວ ລາວ-ຈີນ, ເພີ່ມທັກສະ ໃຫ້ນັກຂຽນໂປຼແກຼມພາຍໃນປະເທດ ແລະ ຮັບປະກັນ ໃຫ້ມາດຕະຖານດັ່ງກ່າວ ເໝາະສົມກັບສະພາບການພາຍໃນປະເທດ ເຮັດໃຫ້ເກີດດອກອອກຜົນ ເຂົ້າກັບສະພາບການຕົວຈິງຂອງບ້ານເຮົາ
3 ກະຕຸ້ນໃຫ້ມີລະບົບນິເວດຄັດເລືອກວິຊາການຜູ້ມີພອນສະຫວັນ, ນຳພາການວາງແຜນ ເພື່ອຄວາມອຸດົມສົມບູນ ຂອງອາຊີບ ນັກວິຊາການ ດ້ານບາໂຄດ ພ້ອມທັງ ສົ່ງເສີມວົງຈອນຄຸນນະທຳຂອງອາຊີບນີ້ ຕາມ ເສັ້ນທາງການຮຽນຮູ້ ທີ່ຊັດເຈນ ແລະ ພັດທະນາແບບຍຶນຍົງ.
ມາເຖິງປະຈຸບັນ, ສະພາບການພັດທະນາດ້ານ ອຸດສາຫະກຳ, ກະສິກຳ ແລະ ກະສິກຳປຸງແຕ່ງ ການລົງທຶນ ແມ່ນນັບມື້ ນັບຂະຫຍາຍຕົວ ໄດ້ເຮັດໃຫ້ ສປປ ລາວ ໄດ້ມີປະລີມານ ແລະ ຄວາມຫລາຍຫລາຍຂອງສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ ເປັນການສ້າງເງື່ອນໄຂອັນສຳຄັນໃນການ ຂໍເອົາເລກໝາຍ ບາໂຄດ ເປັນຂອງຕົນເອງ. ມາຮອດທ້າຍ ປີ 2025, ກົມ ມາດຕະຖານ ແລະ ວັດແທກ ແລະ ຄູ່ຮ່ວມມື ໄດ້ສຳເລັດການຂໍ ກົດລະຫັດສິນຄ້າສາກົນ ຂອງ ສປປ ລາວ ຈາກອົງການຄຸ້ມຄອງ GS1 Global ແລະ ໄດ້ຜ່ານການກຽມຄວາມພ້ອມ ດ້ວຍການ ຝຶກອົບຮົມ ພະນັກງານວິຊາການໃນວຽກງານ, ຕິດຕັ້ງເຄື່ອງມື ແລະ ອຸປະກອນທີ່ທັນສະໄຫມ ເພື່ອການອອກໝາຍເລກ ບາໂຄດ. ມາຮອດມື້ນີ້ ພວກເຮົາມີຄວາມພ້ອມ ທີ່ຈະໃຫ້ບໍລິການແກ່ ພາກທຸລະກິດແລ້ວ. ລັດຖະບານ ແຫ່ງ ສປປ ລາວ ເວລາໄດ ກໍ່ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກັບວຽກ ເຊື່ອມໂຍງ ແລະ ຮ່ວມມືກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນ ວຽກງານ ຂົງເຂດມາດຕະຖານ ເນື່ອງຈາກເຫັນໄດ້ຄວາມສຳຄັນ ໃນການຍົກລະດັບ ຂີດຄວາມສາມາດໃນການແຂ່ງຂັນ ແລະ ການພັດທະນາອຸດສາຫະກຳ ຂອງປະເທດ. ກົມ ມາດຕະຖານ ແລະ ວັດແທກ ທີ່ເປັນເສນາທີການ ຮັບຜິດຊອບວຽກງານ ມາດຕະຖານ ແລະ ວັດແທກ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ, ຈະສືບຕໍ່ປັບປຸງ ບັນດານິຕິກຳ ແລະ ນະໂຍບາຍ ເພື່ອສະໜັບສະໜູນ ແລະ ຊຸກຍູ້ທຸກພາກສ່ວນ ເຂົ້າໃນການນຳໃຊ້ ກົດລະຫັດສິນຄ້າສາກົນ ເພື່ອເຊື່ອມໂຍງທາງດ້ານມາດຕະຖານ ຄຽງຄຸ່ໄປກັບການພັດ ທະນາອຸດສາຫະກຳ, ຍົກລະດັບຄຸນະພາບສິນຄ້າ, ເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງວິສາຫະກິດ ປະກອບສ່ວນສຳຄັນເຂົ້າໃນການ ເຕີບໃຫຍ່ຂະຫຍາຍໂຕ ຢ່າງຕໍ່ເນື່ອງ ແລະ ຍື່ນຍົງ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ ວິສາຫະກິດ ແລະ ກ້າວໄປສູ່ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

Enter your keyword