ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ພູເບ້ຍ ມາຍນີ້ງ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ພູເບ້ຍ ມາຍນີ້ງ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ທາງ ບໍລິສັດ ພູເບ້ຍ ມາຍນີ້ງ ຈໍາກັດ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ປະຈຸບັນ ບໍລິສັດ ພູເບ້ຍ ມາຍນີ້ງ ຈໍາກັດ ໄດ້ດຳເນີນທຸລະກິດ ຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງແຮ່ກົ່ວ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.