ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ
ນະຄອນຫຼວງວຽງຈັນ, 05 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ
ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່າບົກທ່ານາແລ້ງ ເປັນສ່ວນໜຶ່ງຂອງເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນທີ່ກຳນົດໄວ້ໃນລັດຖະດໍາລັດປະທານປະເທດ ເລກທີ 322/ປປທ ລົງວັນທີ 16 ຕຸລາ 2019 ວ່າດ້ວຍການປະກາດໃຫ້ສັດຕະຍາບັນ ແກ່ ສົນທິສັນຍາລະຫວ່າງລັດຖະບານວ່າດ້ວຍທ່າບົກ ແລະ ດໍາລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດການພັດທະນາ ໂລຊິດສະຕິກ ຂົນສົ່ງສິນຄ້າ ຂອງ ສປປ ລາວ ສະບັບ ເລກທີ 158/ລບ ລົງວັນທີ 27 ພຶດສະພາ 2015 ລັດຖະບານມອບສິດ ໃນການພັດທະນາທ່າບົກ ໃຫ້ເປັນສູນກາງການຄ່ຽນຖ່າຍ ລະຫວ່າງ ຮູບແບບການຂົນສົ່ງດຽວ ຫຼື ຫຼາຍຮູບແບບ (ທາງບົກ , ທາງທະເລ, ທາງລົດໄຟ, ທາງອາກາດ) ສາມາດຮັບ-ສົ່ງ, ເຕົ້າໂຮມ, ແຈກຢາຍ, ຝາກສາງ, ເປີດ ແລະ ບັນຈຸເຂົ້າຕູ້ສິນຄ້າໄດ້ສອດຄ່ອງກັບລະບົບການຄ້າສາກົນ ໂດຍມີເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຕາມເງື່ອນໄຂຂອງສັນຍາສາກົນ. ເຮັດໜ້າທີ່ເປັນທັງທ່າບົກ ແລະ ເປັນດ່ານສາກົນ ສໍາລັບການຂົນສົ່ງສິນຄ້າເຂົ້າ-ອອກ ແລະ ຜ່ານແດນຂອງປະເທດ.