ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ລັດວິສາຫະກິດ ໄຟຟ້າລາວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 06 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ
ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ລັດວິສາຫະກິດ ໄຟຟ້າລາວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ລັດວິສາຫະກິດ ໄຟຟ້າລາວ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ລັດວິສາຫະກິດ ໄຟຟ້າລາວ ມີວິໄສທັດ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ກາຍເປັນ ລັດວິສາຫະກິດທີ່ເຂັ້ມແຂງ, ເປັນທີ່ຍອມຮັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມເຮັດຫຼ້ອນ 02 ໜ້າທີ່ຫຼັກຄື:
– ເອົາໃຈໃສ່ ແລະ ຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ໄດ້ກຳໜົດໄວ້ໃຫ້ເປັນຮູບປະທຳ.
– ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຊົມໃຊ້ໄຟຟ້າໃນລາຄາສົມເຫດສົມຜົນ.