ກອງປະຊຸມປຶກສາຫາລື ລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ພາກ​ລັດ ແລະ ພາກທຸລະກິດ

ກອງປະຊຸມປຶກສາຫາລື ລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ພາກ​ລັດ ແລະ ພາກທຸລະກິດ

ບັນຫາທີ່ຕິດພັນກັບ ອາກອນມູນຄ່າເພີ່ມ ທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວ ຄັ້ງທີ 1o

ວັນທີ 07 ທັນວາ 2017 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,  ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ຂອງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ ບັນຫາທີ່ຕິດພັນກັບ ອາກອນມູນຄ່າເພີ່ມ ທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວ ຄັ້ງທີ 1o ຂຶ້ນ ໂດຍ ການເປັນປະທານຮ່ວມຂອງທ່ານ ສິລິສໍາພັນ ວໍຣະຈິດ, ​ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ,  ທ່ານ ຄໍາເຜັ່ນ ບຸບຜາວົງ ​ຮອງກົມສ່ວຍສາອາກອນ ກະຊວງການເງິນ, ທ່ານນາງ ວາລີ ເວດຊະພົງ, ຮອງປະທານ ສຄອ ແຫ່ງຊາດລາວ,  ແລະ ມີບັນດາຜູ້ເຂົ້າຮ່ວມກໍ່ຄືຕາງໜ້າພາກລັດທີ່ກ່ຽວຂ້ອງ ແລະ ພາກທຸລະກິດຂະແໜງຕ່າງໆ ເປັນຕົ້ນແມ່ນ ຂະແໜງ ຕັດຫຍິບ, ຂົນສົ່ງ, ບໍລິການ, ທະນາຄານ ແລະ ທຸລະກິດຂະໜາດນ້ອຍ ແລະກາງ ເຂົ້າຮ່ວມຢ່າງຟົດຟື້ນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ໃຫ້ຜູ້​ເຂົ້າ​ຮ່ວມ​ ໄດ້ຮັບຟັງບົດສຶກສາ ແລະຂໍ້ສະເໜີ ວິທີແກ້ໄຂ ບັນຫາອາກອນມູນຄ່າເພີ່ມ ທີ່ຕິດພັນກັບຜູ້ຜະລິດເພື່ອສົ່ງອອກ, ການຂົນສົ່ງ ແລະ ການທະນາຄານ, ຈາກຜູ້ຊ່ຽວຊານຕ່າງປະເທດ, ແລະເຂົ້າໃຈວິທີການຈັດຕັ້ງປະຕິບັດ ກົດໝາຍ ອາກອນມູນຄ່າເພີ່ມ ຢ່າງເລິກເຊິ່ງ ແລະເປັນເອກະພາບກັນ. ພ້ອມກັນນັ້ນ ກໍ່ເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ປະກອບຄໍາເຫັນ, ສອບຖາມ, ປຶກ​ສາ​ຫາ​ລື​ຂໍ້ຂອງໃຈ ແລະ ບັນ​ຫາ​ທີ່​ຄ້າງ​ຄາ ດ້ານອາກອນມູນຄ່າເພີ່ມ ທີ່ຕິດພັນກັບການດໍາເນີນທຸລະກິດ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ. ທ່ານ ​ຮອງ ປະ​ທານ ສ​ຄອ ແຫ່ງຊາດລາວ ​ຍັງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນຂັ້ນຕອນໜຶ່ງໃນກົນໄກກອງປະຊຸມທຸລະກິດລາວ ເຊິ່ງ ກອງປະຊຸມທຸລະກິດລາວ ແມ່ນເປັນເວທີທີ່ສຳຄັນ ສໍາລັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການດຳເນີນທຸລະກິດ ແນໃສ່ສົ່ງເສີມ ການເຕີບໃຫຍ່ ຂະຫຍາຍຕົວຂອງພາກທຸລະກິດ ແລະການປະກອບສ່ວນ ຂອງພາກທຸລະກິດເຂົ້າໃນການບັນລຸ ເປົ້າໝາຍການພັດທະນາ ຂອງປະເທດເຮົາ. ສະນັ້ນ ການປຶກສາຫາລືໃນຄັ້ງນີ້ ກໍ່ເປັນເວທີການປຶກສາຫາລືໜຶ່ງທີ່ສໍາຄັນ ເພື່ອເປັນການແກ້ໄຂບັນຫາ ແລະສ້າງຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ ກ່ຽວກັບດ້ານອາກອນ ກ່ອນຈະກ້າວໄປເຖິງກອງປະຊຸມທຸລະກິດລາວ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນເດືອນມີນາ 2018 ນີ້. ນອກຈາກນີ້ ຜູ່ເຂົ້າຮ່ວມກອງປະຊຸມກໍ່ຄືພາກທຸລະກິດ ກໍ່ໄດ້ຮ່ວມກັນສະເໜີຄໍາຄິດເຫັນ ຕໍ່ກັບບັນຫາທີ່ຕິດພັນກັບອາກອນມູນຄ່າເພີ່ມ, ເຊິ່ງຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີໄປຄົ້ນຄວ້າຕື່ມເພື່ອຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດຕິຜົນ ແລະເພື່ອເຮັດໃຫ້ສະພາບແວດລ້ອມການດໍາເນີນທຸລະກິດ ມີຄວາມຍຸດຕິທໍາ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ ແລະຊັດເຈນຂຶ້ນ, ແລະມີ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword